ການເຈລະຈາສັນຕະພາບ Yemen ມີໄພສືບຕໍ່ຕົກເຂົ້າສູ່ສະພາບບໍ່ມີທາງອອກ

ການເຈລະຈາສັນຕະພາບ Yemen ມີໄພສືບຕໍ່ຕົກເຂົ້າສູ່ສະພາບບໍ່ມີທາງອອກ - ảnh 1
(ພາບ​ປະ​ກອບ: AP)

(vovworld) - ​​ ​ວັນ​ທີ 31/07, ພາຍ​ຫຼັງ​ລັດ​ຖະ​ບານ Yemen ເຫັນ​ດີ​ຕໍ່​ແຜນ​ການ​ໂດຍ​ສະຫະ​ປະ​ຊາ​ຊາດ​ສະ​ເໜີ ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ, ກຳລັງ​ກະ​ບົດ Houthi ໄດ້​ປະ​ຕິ​ເສ​ດ​ບັນ​ດາ​ຂໍ້​ສະ​ເໜີ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ກຳລັງ​ກະ​ບົດ Houthi ຖື​ວ່າ, ກ່ອນ​ທີ່​ກ້າວ​ໄປ​ເຖິງບໍ່​ວ່າ​ມາດ​ຕະ​ການ​ແກ້​ໄຂ​ໃດ​ໆ​​ທຸກຝ່າຍ​ ຕ້ອງ​ເປັນ​ເອ​ກ​ກະ​ພາບ​ນຳ​ກັນ​ກ່ຽວ​ກັບການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ສາ​ມັກ​ຄີ​ຢູ່ Yemen. ຮ່າງ​​ຂໍ້​ຕົກ​ລົງ​ໂດຍ​ສະ​ຫະ​ປະ​ຊາ​ຊາດ​ຍົກ​ອອກ​ມາ​ພາຍ​ຫຼັງ​ຮອບ​ເຈ​ລະ​ຈາ​ສັນ​ຕິ​ພາບ​ແກ່​ຍາວ​ໃນ 2 – 3 ເດືອນ​ຜ່ານ​ມາ​ຢູ່ Kuwait, ທີ່​ຮ​ຽກ​ຮ້ອງ​ໃຫ້​ພວກ​ກະ​ບົດ Houthi ຕ້ອງ​ຖອນ​ອອກ​ຈາກ​ນະ​ຄອນ​ຫຼວງ Sanaa ແລະ ມອບ​ອາ​ວຸດ​ໃນ​ຮອບ​ເວ​ລາ 45 ວັນ. ຕາມ​ແຜນ​ການ​ເກົ່າ, ສະ​ຫະ​ປະ​ຊາ​ຊ​າດ​ສະ​ເໜີ​ສ້າງ​ຕັ້ງ​ລັດ​ຖະ​ບານ​ສາ​ມັກ​ຄີ​ຢູ່ Yemen, ລວມ​ທັງ​ກຳ​ລັງ​ລູກ​ຮື້​ຂຶ້ນ, ເຊິ່ງ​ແມ່ນສິ່ງ​ທີ່​ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Abd Rabbu Mansour Hadi ບໍ່​ເຫັນ​ດີ.

ຂ່າວ/ບົດ​ອື່ນ