ການເຈລະຈາສະພາແຫ່ງຊາດຫວຽດນາມ - ລາວ

ການເຈລະຈາສະພາແຫ່ງຊາດຫວຽດນາມ - ລາວ - ảnh 1
ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟອງ
ຕ້ອນຮັບ​ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດລາວ ສົມ​ພັນ ​ແພງ​ຄຳ​ມີ
(ພາບ: vietnamplus.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 11/03, ຢູ່​ສຳນັກຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ຄະນະສະມາຊິກ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ​ນາງ​ ຕ່ອງ​ທິຟອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ  ​ໄດ້​ເປັນ​ປະທານ​ການ​ເຈລະຈາ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຂັ້ນ​ສູງ ສປປ ລາວ ​ໂດຍ​ທ່ານ ສົມ​ພັນ ​ແພງ​ຄຳ​ມີ, ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ນຳ​ໜ້າ, ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ.

        ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ຂໍ້​ກຳນົດທີ່​ກ່ຽວຂ້ອງ​ເຖິງ​ໜ້າ​ທີ່, ຂອບ​ເຂດສິດອຳນາດ ​ແລະ ໜ້າ​ທີ່​ໃນ​ການຈັດ​ຕັ້ງ, ​ການເຄື່ອນ​ໄຫວ​ຂອງສະພາ​ປະຊາຊົນ​ຢ່າງ​ລະອຽດ; ​ໂຄງ​ປະກອບ​ອົງການ​ຈັດ​ຕັ້ງ ​ແລະ ບຸກຄະລາ​ກອນ​ສະພາ​ປະຊາຊົນ; ກ່ຽວ​ກັບ​ລະບົບ​ກົງຈັກ​ການຈັດ​ຕັ້ງ​ຂອງ​ຫ້ອງ​ການ​ສະພາ​ປະຊາຊົນ​ແຂວງ, ນະຄອນ ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ. ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ສປປ ລາວ ລົງໄປ​ສຳ​ຫຼວດຕົວ​ຈິງ​ຢູ່​ບາງ​ແຂວງ, ນະຄອນ ​ເພື່ອ​ຊອກຮູ້​ກ່ຽວ​ກັບ​ສະພາ​ປະຊາຊົນ​ທຸກ​ຂັ້ນ.
     ແລະ​ກໍ່ໃນຕອນ​ບ່າຍ​ວັນ​ດຽວ​ກັນ, ທີ່​ການ​ຕ້ອງ​ຮັບ​ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດລາວ ສົມ​ພັນ ​ແພງ​ຄຳ​ມີ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ ​ໃນ​ປີຜ່ານມາ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ກະ​ໂດດ​ຂັ້ນ. ພ້ອມ​ກັບ​ບັນດາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ບັນດາ​ກະຊວງ, ຂະ​ແໜງການ, ທ້ອງ​ຖິ່ນ​ຕ່າງໆລະຫວ່າງ 2 ປະ​ເທດ ​ເຊິ່ງ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ປະຈຳ, ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນບົນ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ການ​ຮ່ວມ​ມື​ດ້ານ​ເສດຖະກິດລະຫວ່າງ 2 ປະ​ເທດ ​ໄດ້​ຮັບ​ການ​ຍູ້​ແຮງ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຊົມເຊີຍເລືອງ​ ສປປ ລາວ ​ໃນ​ປີຜ່ານມາ​ໄດ້​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ບັນລຸ​ການ​ເຕີບ​ໂຕ​ດີ​ພໍ​ສົມຄວນ. ທ່ານ​ປະທານ​ປະ​ເທດ ຖື​ວ່າ, ​ໃນ​ໄລ​ຍະ​ຜ່ານ​ມາ, ລາວ ​ໄດ້​ເປັນ​ປະທານ​ບັນດາ​ກອງ​ປະຊຸມ​ໃຫຍ່ ​ແລະ ນັບ​ມື້​ນັບ​ຢືນຢັນ​ໄດ້​ບົດບາດ​ຂອງ​ຕົນ​ໃນ​ພາກ​ພື້ນ.

        ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດລາວ ສົມ​ພັນ ​ແພງ​ຄຳ​ມີ ​ເນັ້ນ​ໜັກ​ເຖິງ​ຈຸດປະສົງ​ຂອງ​ຄະນະ​ປະຕິບັດ​ງານ​ມາ​ຫວຽດນາມ ຄັ້ງ​ນີ້​ແມ່ນ​ເພື່ອ​ພົວພັນ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​​ເຄື່ອນ​ໄຫວ​ນິຕິ​ບັດ​ຍັດ, ພ້ອມ​ທັງ​ຊອກ​ຮູ້​ສະພາບ​ຕົວ​ຈິງ​ຮູບ​ແບບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ​ຢູ່​ບັນດາ​ທ້ອງ​ຖິ່ນ​ຢູ່​ຫວຽດນາມ, ຜ່ານ​ນັ້ນ​ຮັບ​ເອົາ​ບັນດາ​ບົດຮຽນ​ທີ່​ລ້ຳ​ຄ່າ ​ເພື​ອ່ກະກຽມ​ໃຫ້​ວິວັດ​ການ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ ທີ່​ຈະ​ມາ​ເຖິງ​ຢູ່​ລາວ.

ຂ່າວ/ບົດ​ອື່ນ