ການເຈລະຈາສ້າງຕັ້ງລັດຖະບານຢູ່ ເຢຍລະມັນ

(VOVWORLD) - ວັນທີ 01 ທັນວາ, ພັກປະຊາທິປະໄຕສາສະໜາຄິຼດ (CDU) ຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel
ການເຈລະຈາສ້າງຕັ້ງລັດຖະບານຢູ່ ເຢຍລະມັນ - ảnh 1 ທ່ານນາງນາຍົກລັດຖະມົນຕີ Angela Merkel (ພາບ: AFP/TTXVN)

ຢືນຢັນຄວາມປາດຖະໜາຢາກໃຫ້ດຳເນີນການເຈລະຈາກັບພັກປະຊາທິປະໄຕສັງຄົມ ເຢຍລະມັນ (SPD) ເພື່ອແນໃສ່ສ້າງຕັ້ງສຳພັນທະມິດຄືນໃໝ່ ແລະ ກາຍເປັນ “ລັດຖະບານປົກກະຕິ” ຢູ່ ເຢຍລະມັນ. ກ່າວຄຳເຫັນ ພາຍຫລັງກອງປະຊຸມກັບຄະນະການນຳ CDU ກ່ຽວກັບການປຶກສາຫາລືລະຫວ່າງທ່ານນາງນາຍົກລັດຖະມົນຕີ Angela Merkel ກັບທ່ານປະທານ SPD Martin Schulz, ທ່ານ Klaus Schueler ສັງກັດພັກ CDU ຊີ້ແຈ້ງວ່າ: ພັກນີ້ ພ້ອມແລ້ວທີ່ຈະເຈລະຈາກັບພັກ SPD ຢ່າງເຂັ້ມງວດ ເພື່ອສ້າງຕັ້ງລັດຖະບານໃຫ້ເປັນປົກກະຕິ ໃນຂະນະນັ້ນ ໃນວັນດຽວກັນ ປະທານພັກ SPD ທ່ານ Schulz ໄດ້ປະຕິເສດແຈ້ງການສະບັບໜຶ່ງກ່ອນໜ້ານັ້ນວ່າ ພັກນີ້ ພ້ອມແລ້ວທີ່ຈະເລີ່ມຕົ້ນການເຈລະຈາກ່ຽວກັບການສ້າງຕັ້ງມະຫາສຳພັນທະມິດກັບ 2 ພັກຮັກສາເດີມສຳພັນທະມິດປະຊາທິປະໄຕ / ສັງຄົມສາສະໜາຄິຼດ (CDU / CSU) ຂອງທ່ານນາງນາຍົກລັດຖະມົນຕີ Angela Merkel.

 

ຕອບກັບ

ຂ່າວ/ບົດ​ອື່ນ