ການເຈລະຈາສ້າງຕັ້ງລັດຖະບານສຳພັນທະມິດຢູ່ ເຢຍລະມັນ ປະຊາໄຊ

(VOVWORLD) - ການເຈລະຈາສ້າງຕັ້ງລັດຖະບານສຳພັນທະມິດໃໝ່ຢູ່ ເຢຍລະມັນ ລະຫວ່າງພັກສຳພັນທະມິດປະຊາທິປະໄຕ / ສັງຄົມກາໂຕລິກ (CDU/CSU) ຂອງທ່ານນາງນາຍົກລັດຖະມົນຕີ Angela Markel,
ການເຈລະຈາສ້າງຕັ້ງລັດຖະບານສຳພັນທະມິດຢູ່ ເຢຍລະມັນ ປະຊາໄຊ - ảnh 1 ທ່ານນາງນາຍົກລັດຖະມົນຕີ Angela Markel (ພາບ: Bloomberg)

ພັກປະຊາທິປະໄຕເສລີ (FDP)  ແລະ ພັກຂຽວ ສິ້ນສຸດລົງໃນວັນທີ 20 ພະຈິກ ຖືກປະລາໄຊ, ເມື່ອ FDP ຖະແຫຼງຖອນອອກຈາກການເຈລະຈາ. ໂຄສົກຂອງ FDP ຖະແຫຼງວ່າ ພັກນີ້ ໄດ້ຖອນອອກຈາກບັນດາການເຈລະຈາ ເພື່ອແນໃສ່ສ້າງຕັ້ງລັດຖະບານສຳພັນທະມິດ, ເຊິ່ງໄດ້ທຳລາຍທັດສະນະລວມກັບ CDU/CSU ແລະ ພັກຂຽວ. ທ່ານນາງນາຍົກລັດຖະມົນຕີ Angela Markel ສະແດງຄວາມເສຍດາຍ ເມື່ອການເຈລະຈາສ້າງຕັ້ງລັດຖະບານສຳພັນທະມິດໃໝ່ຖືກປະລາໄຊ, ແຕ່ທ່ານນາງກໍ່ໃຫ້ຄຳໝັ້ນສັນຍາ ຈະນຳປະເທດ ເຢຍລະມັນ ຜ່ານຜ່າໄລຍະວິກິດການໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ