ການເຈລະຈາອີຣານ- IAEA ມີຄວາມຄືບໜ້າດີ ແລະ ກ້າວເຂົ້າສູ່ມື້ທີ 2

ການເຈລະຈາອີຣານ- IAEA ມີຄວາມຄືບໜ້າດີ ແລະ ກ້າວເຂົ້າສູ່ມື້ທີ 2 - ảnh 1
ທ່ານ Behrouz Kamalvandi ໂຄສົກອົງການ​ພະລັງງານ​ປະລະມານູ ອີຣານ
(ພາບ: Press TV)

(vovworld) – ວັນ​ທີ 8/2, ອົງການ​ພະລັງງານ​ປະລະມານູ ອີຣານ (IAEO) ​ໄດ້​ປະກາດວ່າ: ​ການ​ເຈລະຈາກັບ​ອົງການ​ພະ​ລັງ​ງານ​ປະລະມານູ​ສາກົນ (IAEA) ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ ​ເຕ​ເຮຣານ ​ໄດ້​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ສ້າງສັນ ​ແລະ ​ແກ່ຍາວຕື່ມ​ອີກ​ໜຶ່ງ​ວັນ. ສຳນັກ​ຂ່າວສານ​ແຫ່ງ​ລັດ ອີຣານ IRNA ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ໂຄສົກ​ IAEO, ທ່ານ Behrouz Kamalvandi ​ໃຫ້​ຮູ້​ວ່າ: ການ​ເຈລະຈາ​ລະຫວ່າງ ອີຣານ ​ແລະ IAEA ​ໃນ​ວັນ​ທີ 8/2 ມີ​ລັກສະນະ​ສ້າງສັນ ​ແລະ ບັນລຸ​ຄວາມຄືບ​ໜ້າ​ດີ, ພ້ອມ​ທັງ​ຈະ​ສືບ​ຕໍ່​​ດຳ​ເນີນ​ໃນ​ວັນ​ທີ 9/2. ການ​ເຈລະຈາ​ນີ້​​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຊ່ວຍ​ແກ້​ໄຂ​ບັນດາ​ຂໍ້​ຕິດ​ຂັດ ​ແລະ ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍຂອງ​ເຕ​ເຮຣານ. ຄະນະ​ປະຕິບັດ​ງານ​ຂອງ IAEA ກໍ່​ສະ​ແດງ​ຄວາມ​ເພິງພໍ​ໃຈ​ດ້ວຍ​ການ​ຮ່ວມ​ມື​ຂອງ ອີຣານ ​ໃນ​ການ​ປະຕິບັດ​ຂໍ້ຕົກລົງ​ທີ່​ບັນລຸ​ໄດ້​ກ່ອນ​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຈຸ​ບັນ ຝ່າຍ IAEA ບໍ່​ທັນ​ຍົກ​ອອກ​ຄຳ​ເຫັນ​ໃດໆ​ເທື່ອ.

 

 


ຂ່າວ/ບົດ​ອື່ນ