ການເຈລະຈາຮ່ວມມືດ້ານແຮງງານລະຫວ່າງຫວຽດນາມ-ອິດສະຣາແອັນ

(VOVWORLD) -ທີ່ກອງປະຊຸມ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາດ້ານເຕັກນິກ ເພື່ອຊອກຮູ້, ເຮັດແຈ້ງນະໂຍບາຍ, ຂໍ້ກຳນົດຂອງ 2 ປະເທດກ່ຽວກັບຜູ້ອອກແຮງງານ
ການເຈລະຈາຮ່ວມມືດ້ານແຮງງານລະຫວ່າງຫວຽດນາມ-ອິດສະຣາແອັນ - ảnh 1ທີ່ກອງປະຊຸມທາງອອນລາຍ
(ພາບ: TTXVN)

ວັນທີ 21 ມັງກອນ, ຫວຽດນາມ ແລະ ອິດສະຣາແອັນ ໄດ້ດຳເນີນກອງປະຊຸມທາງອອນລາຍ ເລີ່ມຈັດການເຈລະຈາສັນຍາຮ່ວມມືດ້ານແຮງງານລະຫວ່າງຫວຽດນາມ - ອິດສະຣາແອັນ. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ຕາງໜ້າອົງການທີ່ກ່ຽວຂ້ອງຂອງ 2 ຝ່າຍຄື: ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ກະຊວງກະສິກຳ, ອົງການຄຸ້ມຄອງການອົບພະຍົບ (PIBA) ແລະ ເອກອັກຄະລັດຖະທູດ 2 ປະເທດ.

        ທີ່ກອງປະຊຸມ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາດ້ານເຕັກນິກ ເພື່ອຊອກຮູ້, ເຮັດແຈ້ງນະໂຍບາຍ, ຂໍ້ກຳນົດຂອງ 2 ປະເທດກ່ຽວກັບຜູ້ອອກແຮງງານ, ກໍຄືບັນຫາບຸລິມະສິດ ແລະ ບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍໄດ້ເຫັນດີນຳກັນວ່າ, ຈະຕັ້ງໜ້າຊຸກຍູ້ເພື່ອສຳເລັດການເຈລະຈາ ແລະ ກ້າວໄປເຖິງການລົງນາມໃນສັນຍາທີ່ສຸດໃນປີ 2021 ໂດຍໄວ, ເພື່ອສົ່ງແຮງງານຫວຽດນາມ ໄປເຮັດວຽກຢູ່ອິດສະຣາແອັນ ໃນຂົງເຂດກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ