ການເຈລະຈາຮອບທີໜຶ່ງສັນຍາການຄ້າເສລີ

ການເຈລະຈາຮອບທີໜຶ່ງສັນຍາການຄ້າເສລີ - ảnh 1
(ພາບປະກອບ)
(vovworld) - ການ​ເຈລະຈາ​ຄົບ​ຄະນະກ່ຽວ​ກັບ​ສັນຍາ​ເຂດ​ການ​ຄ້າ​ເສລີ (FTA) ​ລະຫວ່າງ​ຫວຽດນາມ​ກັບ ສຳພັນ​ທະ​ມິດ​ພາສີ ລັດ​ເຊຍ, ​ເບ​ລາຣຸດ, ກາ​ຊັກສຖານ ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 29/03, ຢູ່​ຮ່າ​ໂນ້ຍ. ທີ່​ຮອບ​ເຈລະຈາ​ທີ 1, ບັນດາ​ຝ່າຍ​ໄດ້​ປຶກສາ​ຫາລື​ລະອຽດກ່ຽວ​ກັບ​ໂຄງ​ປະກອບ​ສັນຍາ​ ​ແລະ ​ແບບວິທີ​ການ​ເຈລະຈາ. ຂອບ​ເຂດ ​ແລະ ​ຂົງເຂດ​ປັບປຸງ​ຂອງ​ສັນຍາ​ເຊິ່ງລວມມີ ການ​​ແລກປ່ຽນ​ຄ້າຂາຍ​ສິນຄ້າ, ການ​ຄ້າ​ບໍລິການ, ການ​ລົງທຶນ, ບັນດາ​ຫຼັກ​ການ, ການ​ຮ່ວມ​ມື​ເສດຖະກິດ. ພິ​ເສດ​ຮັບ​ຮູ້​ໂຄງ​ປະກອບການ​ຄ້າມີ​ລັກສະນະ​ເພີ່ມ​ເຕີ່​ມລະຫວ່າງ ຫວຽດນາມ - ສຳພັນ​ທະ​ມິດ​ພາສີ ລັດ​ເຊຍ, ​ເບ​ລາຣຸດ, ກາ​ຊັກສຖານ ບັນລຸ​ວົງ​​ເງິນ​ການ​ຄ້າ 2 ສົ້ນ​ແມ່ນ 2,7 ຕື້ USD ​ໃນ​ປີ 2012. ​

ເລື່ອງ​ສືບ​ຕໍ່​ຫັນ​ການ​ຄ້າ​ ​ແລະ ການ​ລົງທຶນ​ເປັນ​ເສລີຜ່ານ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ບັນດາ​ຝ່າຍຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງສຳ​ເລັດຈຸດໝາຍ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ລື່ນ​ກາຍ​ລະ​ດັບ 10 ຕື້ USD ກ່ອນ​ປີ 2020.

ຂ່າວ/ບົດ​ອື່ນ