ການ​ເຈ​ລະ​ຈາ​ໄລ​ຍະຫຼັງ Brexit ເຊື່ອມ​ຕໍ່​ຄື​ນ​ໃໝ່​ໃນທ່າມ​ກາງ​ຄວາມ​ວິ​ຕົກ​ກັງ​ວົນ​ຈະ “​ບໍ່​ບັ​ນ​ລຸ​ໄດ້ຂໍ້​ຕົກ​ລົງ”

(VOVWORLD) -ບັນດາສະມາຊິກຄະນະເຈລະຈາຂອງ ສະຫະພາບເອີລົບ ໄດ້ໄປຍັງນະຄອນຫຼວງ ລອນດອນ ຂອງ ອັງກິດ ໃນວັນທີ 7 ກັນຍາ ເພື່ອເລີ່ມຕົ້ນການເຈລະຈາຮອບທີ 8 ລະຫວ່າງ ສະຫະພາບເອີລົບ (EU) ແລະ ລາຊະອານາຈັກອັງກິດ ກ່ຽວກັບ ຂໍ້ຕົກລົງຫຼັງBrexit. 
ການ​ເຈ​ລະ​ຈາ​ໄລ​ຍະຫຼັງ Brexit ເຊື່ອມ​ຕໍ່​ຄື​ນ​ໃໝ່​ໃນທ່າມ​ກາງ​ຄວາມ​ວິ​ຕົກ​ກັງ​ວົນ​ຈະ “​ບໍ່​ບັ​ນ​ລຸ​ໄດ້ຂໍ້​ຕົກ​ລົງ” - ảnh 1ທ່ານ David Frost ຜູ້ຕາງໜ້າ ອັງກິດ ແລະ ທ່ານMichel Barnier ຂອງ EU ເຂົ້າຮ່ວມການເຈລະຈາຂໍ້ຕົກລົງໄລຍະຫຼັງ Brexit (ພາບ: Reuters)

ຕາມແຜນການທີ່ໄດ້ຮັບຄວາມເຫັນດີເປັນເອກະພາບຈາກສອງຝ່າຍແລ້ວ, ຮອບເຈລະຈາຄັ້ງນີ້ຈະສິ້ນສຸດລົງໃນວັນທີ 11 ກັນຍາ, ດ້ວຍເປົ້າໝາຍບັນລຸໄດ້ບາງບາດກ້າວບຸກທະລຸໃນບັນດາບັນຫາທີ່ພວມຕົກເຂົ້າສູ່ສະພາບຈົນຕາແຈ.

ເຖິງຢ່າງໃດກໍ່ຕາມ, ກ່ອນທີ່ຈະເລີ່ມຕົ້ນຮອບເຈລະຈາ, ບັນດາຄວາມວິຕົກກັງວົນກ່ຽວກັບກໍລະນີ “Brexit ບໍ່ບັນລຸໄດ້ຂໍ້ຕົກລົງ” ໄດ້ກັບຄືນມາອີກຄັ້ງ. ໃນວັນທີ 7 ກັນຍາ, ຫ້ອງການນາຍົກລັດຖະມົນຕີ ອັງກິດ ໄດ້ປະກາດແຈ້ງການຂອງທ່ານ ນາຍົກລັດຖະມົນຕີ ອັງກິດ Boris Johnson ຢ່າງເປັນທາງການດ້ວຍການຖະແຫຼງທີ່ວ່າ ລາຊະອານາຈັກ ອັງກິດ ແລະ EU ຕ້ອງບັນລຸໄດ້ຂໍ້ຕົກລົງກ່ອນວັນທີ 15 ຕຸລາ, ຖ້າບໍ່ບັນລຸໄດ້ ສອງຝ່າຍຕ້ອງປຶກສາຫາລື ກ່ຽວກັບວິທີການອື່ນ. ຕໍ່ໜ້າບັນດາການຜັນປ່ຽນດັ່ງກ່າວ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາ ຂອງ ສະຫະພາບ ເອີລົບ ໃຫ້ຮູ້ວ່າ:

“ໃນເດືອນຕຸລາປີ 2019 , ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ເຊັນຖະແຫຼງການດ້ານການເມືອງທີ່ກຳນົດແຜນຮ່າງໃຫ້ແກ່ບັນດາການເຈລະຈາ. ໃນຖະແຫຼງການນັ້ນ, ທ່ານໄດ້ໃຫ້ຄຳໝັ້ນສັນຍາຈະພ້ອມກັບສະຫະພາບເອີລົບ, ຮັບຮອງເອົາສົນທິສັນຍາສະບັບໜຶ່ງທີ່ຕໍ່ສູ້ຕ້ານຄືນທຸກໆການແກ້ງແຍ່ງທີ່ບໍ່ມີຄວາມສະເໝີພາບ. ເພາະສະນັ້ນ, ພວກຂ້າພະເຈົ້າພຽງແຕ່ຮຽກຮ້ອງວ່າ ບັນດາຄຳໝັ້ນສັນຍາດ້ານການເມືອງທີ່ໄດ້ຍົກອອກມາຈາກທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຈະໄດ້ຮັບການປະຕິບັດດ້ານນິຕິກຳໃນສົນທິສັນຍາຢ່າງຄົບຖ້ວນ.”

ຕອບກັບ

ຂ່າວ/ບົດ​ອື່ນ