ການເຈະລາຈາລະຫວ່າງ 2 ພາກ ເກົາຫຼີ ຖືກປະລາໄຊ

ການເຈະລາຈາລະຫວ່າງ 2 ພາກ ເກົາຫຼີ ຖືກປະລາໄຊ - ảnh 1
ລົດໂດຍສານນັກເຈລະຈາ ເຂົ້າເຂດອຸດສາຫະກຳຮ່ວມ Kaesong
(ພາບ: AFP/TTXVN)

(vovworld) - ສຳນັກ​ຂ່າວສານ Yonhap ຂອງ ສ ​ເກົາຫຼີ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ເຈົ້າ​ໜ້າ​ທີ່​ກະຊວງ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ປະ​ເທດ​ນີ້​ໂດຍ​ໃຫ້​ຮູ້​ວ່າ ການ​ເຈລະຈາ​ຂັ້ນ​ນັກວິຊາ​ການ ຄັ້ງ​ທີ 3 ລະຫວ່າງ ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ, ຖືກ​ດຳ​ເນີນ​ໃນ​ວັນ​ທີ 15/7, ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາຫະກຳ​ຮ່ວມ Kaesong ​ໄດ້​ສິ້ນ​ສຸດ​ລົງ​​ແຕ່​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ໃດໆ. ຄະນະ​ປະຕິບັດ​ງານ ສ ​ເກົາຫຼີ ​ໂດຍ​ທ່ານ​ Kim Kiwoong, ຫົວໜ້າ​ຄະນະ​ຄົນ​ໃໝ່ນຳ​ໜ້າ. ຝ່າຍ ສປປ ​ເກົາຫຼີ ​ຍັງ​ແມ່ນ​ທ່ານ Park Chol – su, ຮອງ​ຫົວໜ້າ​ຫ້ອງ​ວ່າການ​ປະສົມ​ເຂດ​ຄຸ້ມ​ຄອງ​ເຂດ​ອຸສາ​ຫະກຳຮ່ວມ Kaesong, ​ເປັນ​ຫົວໜ້າ​ຄະນະ. ຕາມ Yonhap ​ແລ້ວ, ການ​ເຈລະຈາຖືກ​ປະລາ​ໄຊ ​ຍ້ອນ​ທັງ 2 ຝ່າຍ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ວິທີ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາຫະກຳ​ຮ່ວມ Kaesong. ຮອບ​ເຈລະຈາ​ຄັ້ງ​ທີ 2, ຖືກ​ດຳ​ເນີນ​ໃນ​ວັນ​ທີ 10/7 ຜ່ານ​ມາ, ກໍ່​ປະລາ​ໄຊ ຍ້ອນ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ຄ້າຍຄື​ກັນ. ທີ່​ການ​ເຈລະຈາ​ຄັ້ງ​ຕ່າງໆ, ສ ​ເກົາຫຼີ ສະ​ເໜີ​ໃຫ້ ສປປ ​ເກົາຫຼີ ຮັບຜິດຊອບ​ຕໍ່​ບັນດາ​ຄວາມ​ເສຍ​ຫາຍ​ເຊິ່ງບັນດາບໍລິສັດ​ຂອງ ສ ​ເກົາຫຼີ ຕ້ອງ​​ໄດ້​ແບ​ກຫາບ ຍ້ອນ​ພຽງ​ຢາງ​ໄດ້​ປິດ​ປະຕູ​ເຂດ​ອຸດສາຫະກຳຮ່ວມ Kaesong ພຽງ​ຝ່າຍ​ດຽວ​​ເມື່ອ​ເດືອນ 4 ຜ່ານ​ມາ. ສ່ວນ​ຝ່າຍ ພຽງ​ຢາງ ກ່າວ​ຜູກ​ໂທ​ດ ​ເຊີ​ອູ​ນ ຕ້ອງ​ຮັບຜິດຊອບ​ກ່ຽວ​ກັບ​ເລື່ອງ​ເຂດອຸດ​ສະຫະ​ກຳ​ຮ່ວມ Kaesong ຢຸດ​ການ​ເຄື່ອນ​ໄຫວ ​ແລະ ​ເນັ້ນ​ໜັກ​ວ່າ​ເຂດ​ອຸດສາຫະກຳ​ນີ້​ຖືກ​ປິດ​ປະຕູ​ຍ້ອນ​ບັນດາ​ການ​ຊ້ອນ​ຮົບ​ຮ່ວມ​ລະຫວ່າງ ສ ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​ເປັນ​ຕົ້ນ.

ຂ່າວ/ບົດ​ອື່ນ