ການເຊື່ອມຕໍ່ຂຽວມຸ່ງໄປເຖິງພື້ນຖານກະສິກຳປອດສານພິດ

ການເຊື່ອມຕໍ່ຂຽວມຸ່ງໄປເຖິງພື້ນຖານກະສິກຳປອດສານພິດ - ảnh 1
ຮູບ​ແບບ​ການ​ປູກ​ພັກ​ປອດ​ສານ​ພິດ

(vovworld) – ​​ວັນ​ທີ 27/12, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ໄດ້​ຈັດ​ຕັ້ງ​ພິ​ທີ​ປຸກ​ລະ​ດົມ​ໂຄງ​ການ “ການ​ເຊື່ອມ​ຕໍ່​ຂຽວ​ມຸ່ງ​ໄປ​ເຖິງ​ພື້ນ​ຖານ​ກະ​ສິ​ກຳ​ປອ​ດ​ສານ​ພິດ”. ໂຄງ​ການ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ບັນ​ດາ​ຄອບ​ຄົວ​ຊາວ​ກະ​ສິ​ກອນ, ຜູ້​ຜະ​ລິດ​​ໃນ​ສະ​ຫະ​ກອນ, ໜ່ວຍ​ຮ່ວມ​ມື, ວິ​ສາ​ຫະ​ກິດ​ປຸງ​ແຕ່ງ, ການ​ຄ້າ​ຜະ​ລິດ​ຕາມ​​ມາດ​ຖານ​ຄວາມ​ປອດ​ໄພ, ຄຸນ​ນະ​ພາບ​ສູງ, ພ້ອມ​ກັນ​ຮ່ວມ​ມື​ໃນ​ລະ​ບົບ​ມູນ​ຄ່າ​ກະ​ສິ​ກຳ​ປອດ​ໄພ, ກະ​ຈ່າງ​ແຈ້ງ. ຜ່ານ​ໂຄງ​ການນີ້, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວັງ​ວ່າ ຈະ​ສະ​ໜິດ​ຕິດ​ພັນ​ຜູ້​ຜະ​ລິດ​ກັບ​ຜູ້​ໃຊ້​ສອຍ​ພ້ອມ​ກັນ​ເບິ່ງ​ແຍງ​ດູ​ແລ​ໃຫ້​ພື້ນ​ຖານ​ກະ​ສິ​ກຳ​​ປອດ​ສານ​ພິດ, ໂດຍ​ອີງ​ໃສ່​ບັນ​ດາ​ພື້ນ​ຖານ​ບັນ​ດາ​ປະ​ເພດ​ຜະ​ລິດ​ຕະ​ພັນ​​ກະ​ເສດປອດ​ສານ​ພິດ, ມີ​ຄຸນ​ນະ​ພາບ, ມີ​ກຳ​ລັງ​ແກ່ງ​ແຍ້ງ​ສູງ, ມ​ີ​ຄວາມ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃຊ້​ສອຍ​ໃນ​ສັງ​ຄົມ ແລະ ການ​ສົ່ງ​ອອກ. ພ້ອມ​ກັນ​ນັ້ນ, ນຳ​ພື້ນ​ຖານ​ກະ​ສິ​ກຳ ຫວຽດ​ນາມ ສືບ​ຕໍ່​ພັດ​ທະ​ນາ​ແບບ​ຍືນ​ຍົງ.


ຂ່າວ/ບົດ​ອື່ນ