ການເຊື່ອມຕໍ່ວິສາຫະກິດຫວຽດນາມ-ອີຢີບ

ການເຊື່ອມຕໍ່ວິສາຫະກິດຫວຽດນາມ-ອີຢີບ - ảnh 1
(ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ອີ​ຢີບ)

(vovworld) - ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ດ້ານ​ການ​ຄ້າ​ຢູ່​ອີ​ຢີບ, ວັນ​ທີ 7/9, ຢູ່​ນະຄອນຫຼວງ ຄາຍ​ໂຣ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ພ້ອມ​ກັບ​ສະຖານທູດ​ຫວຽດນາມ​ປະຈຳ​ອີ​ຢີບ ​ແລະ ກະຊວງ​ອຸດສາຫະກຳ​ການ​ຄ້າ ​ແລະ ສະຫະພັນ​ບັນດາ​ຫ້ອງການ​ການ​ຄ້າ​ອີ​ຢີບ ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ອີ​ຢີບ. ທີ່​ເວທີ​ປາ​ໄສ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ອີ​ຢີບ ​ໄດ້​ສະໜອງ​ບັນດາ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ຢູ່​ສອງ​ປະ​ເທດ ​ແລະ ມີ​ການ​ພົບ​ປະ​ສອງ​ຝ່າຍ​ຕ່າງໆ. ທ່ານ ​ເຈິ່ນກວາງ​ຮູ​ຍ, ຫົວໜ້າ​ກົມ​ອາຊີ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ - ອາ​ຟະ​ລິ​ກາ, ຖື​ວ່າ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ວິ​ສາ​ຫະກິດ​ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ການ​ພົບ​ປະ​ກວ່າ​ອີກ ​ເພື່ອ​ກ້າວ​ໄປ​ເຖິງ​ການ​ຮ່ວມ​ມື, ດຳ​ເນີນ​ທຸລະ​ກິດ​ຢ່າງ​ລະອຽດ, ປະກອບສ່ວນ​ກວ່າ​ອີກ​ໃຫ້​ແກ່​ການ​ແລກປ່ຽນ​ດ້ານ​ການ​ຄ້າ​ທີ່​ພວມ​ເຕີບ​ໂຕ​ໄດ້​ດີ​ລະຫວ່າງ​ສອງ​ຝ່າຍ. ຄຽງ​ຂ້າງ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ກໍ່​ຕ້ອງ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ກວ່າ​ອີກ​ໃນ​ການ​ຊອກ​ຫາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫຼາດ​ອີ​ຢີບ. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ລະຫວ່າງ​ສອງ​ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ​ເຈິ່ນຮູ​ຍກວາງ, ຖື​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ຕະຫຼາດ​ອີ​ຢີບ ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ພົນລະ​ເມືອງ​ຫຼາຍ, ພື້ນຖານ​ເສດຖະກິດ​ໝັ້ນຄົງ ​ແລະ ພວມ​ມີ​ທ່າ​ເຕີບ​ໂຕ. ພິ​ເສດ, ອີ​ຢີບມີ​ທີ່​ຕັ້ງ​ສຳຄັນ​ທີ່​ສຸດ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ກໍ່​ຄື​ຢູ່​ອາ​ຟະ​ລິ​ກາ. ດ້ວຍ​ທີ່​ຕັ້ງ​ຂອງ​ຕົນ, ອີ​ຢີບຈະ​ແມ່ນ​ປະຕູ​ເພື່ອ​ໃຫ້​ສິນຄ້າ​ຫວຽດນາມ​ສາມາດ​ແຊກ​ຊືມ​ເຂົ້າຕາ​ເວັນ​ອອກ​ກາງ​, ອາ​ຟະ​ລິ​ກາ​ເໜືອ ​ແລະ ອາ​ຟະ​ລິ​ກາໄດ້… ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ, ຜົນ​ຂອງ​ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ​ຄັ້ງ​ນີ້ ຈະ​ປະກອບສ່ວນ​ກວ່າ​ອີກ​ເຂົ້າ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ລະຫວ່າງ​ຫວຽດນາມ - ອີ​ຢີບ“.

ຂ່າວ/ບົດ​ອື່ນ