ການເຊື່ອມໂຍງເສດຖະກິດສາກົນແມ່ນຈຸດພົ້ນເດັ່ນໃນວຽກງານການຕ່າງປະເທດໃນປີ 2020

(VOVWORLD) -

ປີ 2020 ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ບັນລຸບັນດາຜົນງານທີ່ໜ້າເອກອ້າງທະນົງໃຈກ່ຽວກັບການພັດທະນາ ແລະ ການຕ່າງປະເທດ, ໄດ້ຮັບການຍ້ອງຍໍຊົມເຊີຍ, ນັບຖືຈາກເພື່ອນມິດສາກົນ.

ການເຊື່ອມໂຍງເສດຖະກິດສາກົນແມ່ນຈຸດພົ້ນເດັ່ນໃນວຽກງານການຕ່າງປະເທດໃນປີ 2020 - ảnh 1ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ

(ພາບ: dangcongsan.vn)

ການເຊື່ອມໂຍງເສດຖະກິດສາກົນແມ່ນຈຸດພົ້ນເດັ່ນໃນວຽກງານການຕ່າງປະເທດໃນປີ 2020. ນັ້ນແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໃນການຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດບຸນປີໃໝ່ 2021.

        ທ່ານຮອງລັດຖະມົນຕີ ບຸ່ຍແທັງເຊີນ ຖືວ່າ, ປີ 2020 ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ບັນລຸບັນດາຜົນງານທີ່ໜ້າເອກອ້າງທະນົງໃຈກ່ຽວກັບການພັດທະນາ ແລະ ການຕ່າງປະເທດ, ໄດ້ຮັບການຍ້ອງຍໍຊົມເຊີຍ, ນັບຖືຈາກເພື່ອນມິດສາກົນ.

        ນັບແຕ່ຕົ້ນປີ 2020, ຫວຽດນາມ ຕັ້ງໜ້າຂົນຂວາຍ, ສົມທົບກັບສະຫະພາບເອີລົບ (ອີຢູ) ສຳເລັດການໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - ອີຢູ, ສັນຍານີ້ໄດ້ເລີ່ມປະຕິບັດນັບແຕ່ວັນທີ 1 ສິງຫາ 2020. ໃນເບື້ອງຕົ້ນ, ໝາກຜົນການປະຕິບັດສັນຍາ FTA ຫວຽດນາມ - ອີຢູ (EVFTA) ໄດ້ສະແດງໃຫ້້ເຫັນຜົນງານທີ່ສຳຄັນ, ປະກອບສ່ວນນຳວົງເງິນສົ່ງອອກ-ນຳເຂົ້າຂອງຫວຽດນາມ ສືບຕໍ່ເພີ່ມຂຶ້ນໃນປີນີ້, ບັນລຸລະດັບ 540 ຕື້ USD, ໃນນັ້ນການສົ່ງອອກເກີນດຸນບັນລຸກວ່າ 19 ຕື້ USD. ທ້າຍປີ 2020, ຫວຽດນາມ ຫາກໍ່ລົງນາມໃນສັນຍາການຄ້າເສລີຫວຽດນາມ - ລາຊະອານາຈັກອັງກິດ ເພື່ອແນໃສ່ຊຸກຍູ້ການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນກັບອັງກິດ, ເຊິ່ງແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ ຢູ່ເອີລົບ, ພາຍຫຼັງອັງກິດຖອນຕົວອອກຈາກອີຢູ ນັບແຕ່ວັນທີ 31 ທັນວາ 2020.

        ໂດຍແມ່ນປະທານອາຊຽນ 2020, ຫວຽດນາມ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນກັບບັນດາປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມມືຊຸກຍູ້ການລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ຢູ່ຮ່າໂນ້ຍ ໃຫ້ສຳເລັດ. ການລົງນາມໃນສັນຍາ RCEP ນີ້ແມ່ນມີຄວາມໝາຍທີ່ໃຫຍ່ຫຼວງ, ຢືນຢັນຄວາມຕັດສິນໃຈຂອງບັນດາປະເທດແມ່ນສືບຕໍ່ຮັກສາທ່າຮ່ວມມື ແລະ ເຊື່ອມຕໍ່, ສ້າງກຳລັງໜູນຢ່າງຕັ້ງໜ້າໃຫ້ແກ່ການຟື້ນຟູເສດຖະກິດຢູ່ພາກພື້ນ.

        ທ່ານຮອງລັດຖະມົນຕີ ບຸ່ຍແທັງເຊີນ ຢືນຢັນວ່າ, ດ້ວຍບັນດາບາດກ້າວໃນປີ 2020, ຫວຽດນາມ ຕັດສິນໃຈຈະປະຕິບັດບັນດາເປົ້າໝາຍການເຕີບໂຕ, ສືບຕໍ່ປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ນຳຫວຽດນາມ ກ້າວຂຶ້ນຢ່າງໝັ້ນຄົງໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ