ການເຊື່ອມໂຍງໃນIPUແມ່ນຄວາມຮັບຜິດຊອບຂອງສະພາແຫ່ງຊາດຫວຽດນາມ

ການເຊື່ອມໂຍງໃນIPUແມ່ນຄວາມຮັບຜິດຊອບຂອງສະພາແຫ່ງຊາດຫວຽດນາມ - ảnh 1
ການ​ປະ​ຊຸ​ມ​ຂ່າວ​ສາ​ກົນ
(ພາບ: Ipu132vietnam.vn)

(vovworld) – ​​​​​​​ ​ຕອນ​ບ່າຍ​ວັນ​ທີ 26/3, ຢູ່​ສູນສື່​ສານກອງ​ປະ​ຊຸມ​ໃຫຍ່​ແຫ່ງ​ຊາດ ຮ່າ​ໂນ້ຍ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ປະ​ທານ IPU ຫວຽດ​ນາມ, ທ່ານ​ປະ​ທານ IPU  Saber Choudhury, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ IPU Martin Chungong ເປັນ​ປະ​ທານ​ຮ່ວມ​ການ​ປະ​ຊຸ​ມ​ຂ່າວ​ສາ​ກົນ, ເພື່ອ​ແນ​ໃສ່​ສະ​ໜອງ​ຂໍ້​ມູນ​ຂ່າວ​ໃຫ້​ແກ່​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ກ່ຽວ​ກັບ​ເນື້ອ​ໃນ​ຂອງກອງ​ປະ​ຊຸມ​​ໃຫຍ່​​ສະ​ຫະ​ພັນລັດ​ຖະ​ສະ​ພາ​​ສາ​ກົນ​ຄັ້ງທີ 132 (IPU 132), ຈັດ​ຕັ້ງ​ຢູ່​ຮ່າ​ໂນ້ຍ, ຫວຽດ​ນາມ ແຕ່​ວັນ​ທີ 28/3 – 1/4.

        ກ່າວ​ຄຳ​ເຫັນ​ຊົມ​ເຊີ​ຍທີ່​ການ​ປະ​ຊຸມ​ຂ່າວ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢັ້ງ​ຢືນ​ວ່າ: IPU 132 ແມ່ນ​ເຫດ​ການ​ການ​ເມືອງ​ສຳ​ຄັນ​ໃນ​ປະ​ຫວັດ​ການ​ທູດ​ລັດ​ຖະ​ສະ​ພາ​ຂອງ ຫວຽດ​ນາມ ເວົ້າ​ສະ​ເພາະ, ການ​ທູດ ຫວຽດ​ນາມ ເວົ້າ​ລວມ. ນີ້​ທັງ​ແມ່ນ​ຄວາມ​ເປັນ​ກຽດ​ທັງ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ. ດັ່ງ​ນັ້ນ​, ຫວຽດ​ນາມ ໄດ້ກຽມ​ພ້ອມ​ໃຫ້ IPU 132 ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ໃຫ້​ແກ່​ຜົນ​ສຳ​ເລັດຂອງ​ເຫດ​ການ​ສຳ​ຄັນ​ນີ້.

        ທ່ານ​ປະ​ທານ IPU  Saber Choudhury ແລະ ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ IPU Martin Chungong ລ້ວນ​ແຕ່​ຕີ​ລາ​ຄາ​ສູງ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ IPU 132 ຄັ້ງ​ນີ້, ຖື​ວ່ານີ້​ແມ່ນ​ຫົວ​ຂໍ້​ມີ​ລັກ​ສະ​ນະ​ຈຸດ​ສຸມ, ທັງ​ຕີ​ລາ​ຄາ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​​ຄາດ​ໝາຍ​ສະ​ຫັດ​ສະ​ວັດ​ເຊິ່ງ​ບັນ​ດາ​ສະ​ມາ​ຊິກ ​ສະ​ຫະ​ປະ​ຊາ​ຊາດໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ໃນ​ປີ 2000, ທັງ​ວາງ​ອອກ​ບັນ​ດາ​ຂອບ​ເຂດ​ໃຫ້​ແກ່​ການ​ພັດ​ທະ​ນາ​ຕໍ່​ໄປ. ທ່ານ​ປະ​ທານ IPU  Saber Choudhury, ຢັ້ງ​ຢືນ​ວ່າ:

        “ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ຈະ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ຖະ​ແຫຼງ​ການ​ຮ່າ​ໂນ້ຍ. ນີ້​ແມ່ນ​ຖະ​ແຫຼງ​ການ​ຮ່ວມ​ຂອງກອງ​ປະ​ຊຸມ ແລະ ຈະ​ໄດ້​ສົ່ງ​ເຖິງກອງ​ປະ​ຊຸມ​ຂອງ​ສະ​ຫະ​ປະ​ຊາ​ຊາດ ​ເຊິ່ງ​ຈະດຳ​ເນີນ​ໄປ​ໃນ​ເດືອນ 9 ຈະ​ມາ​ເຖິງ. ຫວຽດ​ນາມ ​ມີບົດ​ບາດ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​​ຄາດ​ໝາຍ​ສະ​ຫັດ​ສະ​ວັດ ແລະ ປະ​ຊາ​ຄົມ​ໂລກ​ໄດ້​ຮັບ​ຮູ້​ແລ້ວ. ພວກ​ຂ້າ​ພະ​ເຈົ້າ​ປິ​ຕິ​ຊົມ​ຊື່ນ​​ທີ່​ສຸດ​ເມື່ອໄດ້​ຮ່ວມ​ມື​ກັບ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ. ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ວຽກ​ງານ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ມ່ວນ​ຊື່ນ​ເມື່ອ​ມີ​ໜ້າ​ຢູ່ ຫວຽດ​ນາມ ເພື່ອ​ແບ່ງ​ປັນ​ບົດ​ຮຽນ​ກໍ່​ຄື​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ຂອງ ຫວຽດ​ນາມ ເພື່ອ​ຈຸດ​ໝາຍ​ລວມ​”

        ​ສະ​ແດງ​​ຄວາມນັບ​ຖື​​ເມື່ອ​ເຫັ​ນ​ວ່າ ອັດ​ຕາ​​ສ່ວນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ​ຂອງ ຫວຽດ​ນາມ ​​ແມ່ນຂຶ້ນ​ເຖິງ 25%, ທ່ານ​ປະ​ທານ IPU  Saber Choudhury  ຫວັງ​ວ່າ: IPU 132 ຈັດ​ຕັ້ງ​ຢູ່ ຫວຽດ​ນາມ ​ຈະແມ່ນ​ບ່ອນ​​ເພື່ອ​ໃຫ້ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ບັນ​ດາ​ປະ​ເທດ​ແບ່ງ​ປັນ​ບົດ​ຮຽນ, ພິ​ເສດ​ແມ່ນ​ທາບ​ທາມ​ຮູບ​ແບບ​ຈາກ ຫວຽດ​ນາມ ເພື່ອ​ໃຫ້ IPU 132 ກາຍ​ເປັນ​ຂີດ​ໝາຍ​ຊຸກ​ຍູ້​ຈຸດ​ໝາຍ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່ຽວ​ກັບ​ບັນ​ຫານີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮ​ູ່ງ, ໃຫ້​ຮູ້​ຕື່ມ​ອີກວ່າ:

        “ຢູ່ ຫວຽດ​ນາມ, ໃນ​ການ​ສ້າງ​ກົດ​ໝາຍ, ພວກ​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ່​ຕ້ານ​ຄື​ນ​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ສົ່ງ​ຜົນ​ສະ​ທ້ອນ​​ບໍ່​ດີເຖິງ​ແມ່​ຍິງ ແລະ ເດັກ​ນ້ອຍ. ອາ​ຍຸ​ການ​ຈະ​ມາ​ເຖິງ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຈະ​ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ອັດ​ຕາ​ສ່ວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ​ຂຶ້ນ 30%. ​ທ່ານ​ປະ​ທານ ໂຮ່​ຈີ​ມິນ​ຂອງ​ພວກ​ຂ້າ​ພະ​ເຈົ້າ​​ໄດ້​ເວົ້າວ່າ: ຖ້າ​ຫາກ​ປົດ​ປ່ອຍ​ປະ​ເທດ​ຊາດ, ນຳ​ມາ​ເຊິ່ງ​ເອ​ກະ​ລາດ, ເສ​ລີ​ພາບ, ຄວາມ​ອີ່ມ​ໜຳ​ສຳ​ລານ​ແລ້ວ ແຕ່ບໍ່​ທັນ​ປົດ​ປ່ອຍ​ແມ່​ຍິງ​ແມ່ນ​ມີ​ແຕ່​ປົດ​ປ່ອຍ​ໄດ້​ເຄິ່ງ​ໜຶ່ງເທົ່າ​ນັ້ນ.”

 


ຂ່າວ/ບົດ​ອື່ນ