ການເດີນຂະບວນ ຢູ່ ເວເນຊູເອລາ ຄັດຄ້ານບັນດາມາດຕະການລົງໂທດຂອງ ອາເມລິກາ

(VOVWORLD) -  ວັນທີ 10 ສິງຫາ, ປະຊາຊົນ ເວເນຊູເອລາ ນັບແສນຄົນ ໄດ້ເຂົ້າຮ່ວມການເດີນຂະບວນຄັ້ງໃຫຍ່ຢູ່ ນະຄອນຫຼວງ Caracas  ແລະ ຫຼາຍນະຄອນໃນທົ່ວປະເທດ ເພື່ອສະແດງການສະໜັບສະໜູນລັດຖະບານຂອງທ່ານປະທານາທິບໍດີ Nicolas Maduro ແລະ ຄັດຄ້ານຕໍ່ບັນດາມາດຕະການລົງໂທດ ເຊິ່ງອໍານາດການປົກຄອງ ອາເມລິກາ ຫາກໍຮັບຮອງເອົາ ເພື່ອແນໃສ່ຈໍາກັດພື້ນຖານເສດຖະກິດຂອງປະເທດ ອາເມລິກາໃຕ້ ນີ້. 
ການເດີນຂະບວນ ຢູ່ ເວເນຊູເອລາ ຄັດຄ້ານບັນດາມາດຕະການລົງໂທດຂອງ ອາເມລິກາ - ảnh 1 ປະຊາຊົນ ເວເນຊູເອລາ ນັບແສນຄົນ ໄດ້ເຂົ້າຮ່ວມການເດີນຂະບວນຄັ້ງໃຫຍ່ຢູ່ ນະຄອນຫຼວງ Caracas  ແລະ ຫຼາຍນະຄອນໃນທົ່ວປະເທດ (ພາບ:: AFP/ TTXVN

ກ່າວຄໍາເຫັນຕໍ່ປະຊາຊົນນຸ່ງເສື້ອແດງຈໍານວນຫຼວງຫຼາຍ ຢູ່ຕາມເສັ້ນທາງຫຼວງໃນໃຈກາງນະຄອນຫຼວງ, ທ່ານປະທານາທິບໍດີ Nicolas Maduro ຢັ້ງຢືນວ່າ ນີ້ແມ່ນການພິສູດໃຫ້ເຫັນວ່າ ປະຊາຊົນ ເວເນຊູເອລາ ຈະບໍ່ຍອມຈໍານົນຕໍ່ອໍານາດບາດໃຫຍ່, ນັ້ນແມ່ນໄຊຊະນະຂອງບັນດາປະເທດ ຮັກຫອມສັນຕິພາບໃນໂລກ ຕໍ່ໜ້າ “ບັນດານະໂຍບາຍບຸກໂຈມຕີທີ່ມີລັກສະນະຈັກກະພັດຂອງ ວໍຊີຕັນ”. ສິ້ນສຸດງານໂຮມຊຸມນຸມ ມິດຕິງ, ທ່ານປະທານາທິບໍດີ Nicolas Maduro ພ້ອມດ້ວຍບັນດາເຈົ້າໜ້າທີ່ລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ໄດ້ເຂົ້າຮ່ວມການລົງລາຍເຊັນໃສ່ຖະແຫຼງການສະບັບໜຶ່ງຄັດຄ້ານການປິດລ້ອມຂອງ ອາເມລິກາ ສໍາລັບປະເທດ ອາເມລິກາໃຕ້ນີ້. ເອກະສານສະບັບດັ່ງກ່າວ ຈະຢືນສະເໜີຕໍ່ ເລຂາທິການໃຫຍ່ ສປຊ ໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ