ການ​ເດີນ​ທາງ​ໄປ​ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G7 ເປີດກວ້າງ ແລະ ການເຮັດ​ວຽກ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຢູ່ ຍີ່​ປຸ່ນ ປະ​ສົບ​ຜົນ​ສໍ​າ​ເລັດ​ຢ່າງ​ຈົບ​ງາມ

(VOVWORLD) - ກອງປະຊຸມສຸດຍອດ G7 ເປີດກວ້າງ ຈັດຂຶ້ນຢູ່ Hiroshima, ຍີ່ປຸ່ນ, ນັບແຕ່ວັນທີ 20 – 21 ພຶດສະພາ ພາຍໃຕ້ການເປັນປະທານຂອງຍີ່ປຸ່ນ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. 

ວັນທີ 21 ພຶດສະພາ, ຢູ່ຮ່າໂນ້ຍ, ເມື່ອຕອບສຳພາດວົງການສື່ມວນຊົນກ່ຽວກັບຜົນການເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ເປີດກວ້າງປີ 2023, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ກອງປະຊຸມສຸດຍອດ G7 ເປີດກວ້າງ ຈັດຂຶ້ນຢູ່ Hiroshima, ຍີ່ປຸ່ນ, ນັບແຕ່ວັນທີ 20 – 21 ພຶດສະພາ ພາຍໃຕ້ການເປັນປະທານຂອງຍີ່ປຸ່ນ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ບັນດາການນຳໄດ້ແລກປ່ຽນ, ຕີລາຄາ ແລະ ຍົກອອກບັນດາມາດຕະການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ໂດຍສະເພາະແມ່ນການພື້ນຟູເສດຖະກິດ, ການຄ້ຳປະກັນດ້ານສະບຽບອາຫານ, ດ້ານສາທາລະນະສຸກ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ການຮັບມືກັບການປ່ຽນແປງດິນຟ້າອາກາດ, ຄວາມໝັ້ນຄົງດ້ານພະລັງງານ ແລະ ປົກປັກຮັກສາສິ່ງແວດລ້ອມ.

ການ​ເດີນ​ທາງ​ໄປ​ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G7 ເປີດກວ້າງ ແລະ ການເຮັດ​ວຽກ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຢູ່ ຍີ່​ປຸ່ນ  ປະ​ສົບ​ຜົນ​ສໍ​າ​ເລັດ​ຢ່າງ​ຈົບ​ງາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມວາລະປະຊຸມ "ມຸ່ງໄປເຖິງໂລກແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ" (ພາບ: VOV)

        ກ່ຽວກັບໝາກຜົນເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງຂອງຄະນະຜູ້ແທນ ຫວຽດນາມ ຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ເນັ້ນໜັກວ່າ ການເຄື່ອນໄຫວຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນກອງປະຊຸມສຸດຍອດ G7 ເປີດກວ້າງ ແລະ ເຮັດວຽກຢູ່ ຍີ່ປຸ່ນ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ນັບທັງໃນການພົວພັນຫຼາຍຝ່າຍ ແລະ ສອງຝ່າຍ. ໃນເວລາບໍ່ຮອດ 3 ມື້, ທ່ານນາຍົກລັດຖະມົນຕີ ໄດ້ເປັນປະທານ ແລະ ເຂົ້າຮ່ວມປະມານ 40 ການເຄື່ອນໄຫວ, ລວມມີ: ວາລະຕ່າງໆໃນກອງປະຊຸມ, ພົບປະແລກປ່ຽນກັບການນຳ ຍີ່ປຸ່ນ, ບັນດາວົງການ, ວິສາຫະກິດ, ເພື່ອນມິດ ຍີ່ປຸ່ນ ແລະ ການນຳບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ.

        ກ່ຽວກັບການພົວພັນຫຼາຍຝ່າຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ມີຫຼາຍຂໍ້ສະເໜີແນະທີ່ແທດຈິງ, ແທດເໝາະ, ເພື່ອແນໃສ່ຊຸກຍູ້ການຮ່ວມມືກັນແກ້ໄຂບັນດາບັນຫາລວມຂອງສາກົນ ແລະ ພາກພື້ນ. ບັນດາແນວຄວາມຄິດ ແລະ ຂໍ້ສະເໜີແນະຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບການຕີລາຄາສູງຈາກການນຳບັນດາປະເທດ ແລະ ອົງການຈັດຕັ້ງສາກົນ.

        ສຳລັບການພົວພັນສອງຝ່າຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະສອງຝ່າຍນັບ 10 ຮອບກັບບັນດາການນຳ G7, ບັນດາການນຳປະເທດຖືກເຊີນ, ອົງການຈັດຕັ້ງສາກົນ ບົນຈິດໃຈເປີດອົກເປີດໃຈ, ກົງໄປກົງມາ, ຈິງໃຈ ເພື່ອປຶກສາຫາລືກ່ຽວກັບວິທີການຊຸກຍູ້ການພົວພັນສອງຝ່າຍ ແລະ ເພີ່ມທະວີການສົມທົບກັນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ