ການເຕີບໂຕ GDP ຂອງຫວຽດນາມ ເຄື່ອນເໜັງແຕ່ 3,5-5,5%

(VOVWORLD) -HSBC ຄາດຄະເນວ່າ ການເຕີບໂຕ GDP ຂອງຫວຽດນາມ ສາມາດບັນລຸລະດັບ 6,8% ໃນປີ 2022.
ການເຕີບໂຕ GDP ຂອງຫວຽດນາມ ເຄື່ອນເໜັງແຕ່ 3,5-5,5% - ảnh 1(ພາບປະກອບ: TTXVN)

ທ່ານຫົວໜ້າ HSBC ຫວຽດນາມ Tim Evans ຫາກໍ່ຍົກອອກຂໍ້ສັງເກດບາງຢ່າງກ່ຽວກັບແງ່ຫວັງເສດຖະກິດຂອງຫວຽດນາມ ໃນປີ 2021. ລະອຽດແມ່ນ, ຕາມທ່ານ Tim Evans ແລ້ວ, ພາບພົດອະນາຄົດຂອງເສດຖະກິດຮອດທ້າຍປີແມ່ນອີງໃສ່ປະສິດທິຜົນການຜັນຂະຫຍາຍສັກວັກຊິນໃຫ້ແກ່ປະຊາຊົນ ສົມທົບກັບການເປີດປະຕູພື້ນຖານເສດຖະກິດຄືນໃໝ່ຖືກກັບຈຸດເວລາ. ແລະ HSBC ໄດ້ວາງອອກພາບພົດ 2 ຢ່າງໃຫ້ແກ່ຫວຽດນາມ ຮອດທ້າຍປີດ້ວຍລະດັບເຕີບໂຕ GDP ນອນໃນລະດັບແຕ່ 3,5-4% ແລະ 5-5.5%. ທ່ານ Tim Evans ເນັ້ນໜັກວ່າ, ເຄື່ອນເໜັງວ່າໃນສະພາບການໃດ, ພື້ນຖານເສດຖະກິດກໍ່ “ຕ້ອງເປີດປະຕູຄືນໃໝ່ ແລະ ຜັນຂະຫຍາຍດ້ວຍຄວາມລະມັດລະວັງ ແລະ ມີແບບມີແຜນຕາມແຜນການ”.

ຕາມທ່ານ Tim Evans, ການເຄື່ອນໄຫວອຸປະໂພກຈະຟື້ນຟູຢ່າງແຮງພາຍຫຼັງທີ່ຄ່ອຍຄວບຄຸມໂລກລະບາດໄດ້; ທ່ານຢືນຢັນວ່າ ໂດຍບໍ່ຫົວຊາຕໍ່ສະພາບການປະຈຸບັນ, ຫວຽດນາມ ຍັງແມ່ນຈຸດນັດພົບທີ່ດູດດື່ມຂອງບັນດານັກລົງທຶນໃນໄລຍະກາງ. ໃນໄລຍະຍາວ, HSBC ຄາດຄະເນວ່າ ການເຕີບໂຕ GDP ຂອງຫວຽດນາມ ສາມາດບັນລຸລະດັບ 6,8% ໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ