ການເຕີບໂຕກະສິກຳແບບຍືນຍົງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ການເຕີບໂຕກະສິກຳແບບຍືນຍົງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ກອງປະຊຸມຄົບ​ຄະນະ “​ໂຄງການ​ໜູນ
ຊ່ວຍ​ສາກົນ (ISG) ປີ 2016”.

(vovworld) - ວັນທີ 06/12 ຢູ່ ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ​ໄດ້ຈັດຕັ້ງກອງປະຊຸມຄົບ​ຄະນະ “​ໂຄງການ​ໜູນ​ຊ່ວຍ​ສາກົນ (ISG) ປີ 2016”. ບັນດາ​ຜູ້​ແທນ​ໄດ້​ຕີ​ລາຄາ​ຄືນ​ບັນດາ​ໝາກຜົນ. ສິ່ງ​ທ້າ​ທາຍ ​ແລະ ບົດຮຽນ​ໃນ​ການ​ຮັບ​ມື​ຢ່າງ​ຮີບ​ດ່ວນກັບ​ໄພ​ແຫ້ງ​ແລ້ງ, ນ້ຳ​ທະ​ເລ​ຊຶມ​ເຂົ້າ, ນ້ຳ​ແກ່ງ​​ໂດຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດກໍ່​ຂຶ້ນ​ ໃນ​ໄລຍະ​ຜ່ານ​ມາ​ຢູ່ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ຊວນ​ເກືອ​ງ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໃຫ້​ຮູ້​ວ່າ: ລັດຖະບານ ຫວຽດນາມ ​ໄດ້​ມີ​ບັນດາ​ການ​ກະທຳ​ຢ່າງ​ຂ້ຽວຂາດ​ໃນ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່ ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າອາກາດ. ປະຈຸ​ບັນ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ພວມ​ພ້ອມ​ກັບ​ທ້ອງ​ຖິ່ນ​ຕ່າ​ງໆ ວາງ​ບັນດາ​ໂຄງການ​ດັດ​ປັບໃຫ້​ເໝາະ​ສົມ. ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະເຂົ້າ​ຮ່ວມ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ປະຊາ​ຄົມ​ສາກົນ ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ນັບ​ທັງ​ການ​ການ​ປັບ​ຕົວ ​ແລະ ການ​ຫລຸດຜ່ອນ ທ່ານ ຫງວຽນ​ຊວນ​ເກືອ​ງ ຖື​ວ່າ:

        “​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຕ້ອງ​ຍົກ​ອອກ​ບັນດາ​ໝວດ​ມາດ​ຕະການ, ​ໃນ​ບັນດ​າມາດ​ຕະການ​ຕ້ອງ​ມີການ​ຮ່ວມ​ສຳພັນ​ຕາມ​ເຂດ ຈາກ​ນັ້ນ ຈຶ່ງ​ແກ້​ໄຂ​ໄດ້​ບັນ​ຫາ​ຕົ້ນຕໍ. ກ່ຽວ​ກັບ​ມາດ​ຕະການ​ສັງ​ລວມ​ ພວກ​ເຮົາ ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ມາດ​ຕະການ​ກ່ຽວ​ກັບ​ການຈັດ​ຕັ້ງ​ການ​ຜະລິດ​ເທົ​່ານັ້ນ ຫາກ​ຍັງ​ຕ້ອງ​ນຳ​ໃຊ້​ບັນດາ “ມາດຕະການ​ເຂັ້ມ​ແຂງ” ກ່ຽວ​ກັບ​ໂຄງການ ​ແລະ “ມາດ​ຕະການອ່ອນ​ໂຍນ” ອີກ​ດ້ວຍ ຈັດ​ຕັ້ງ​ວິທີ​ການ​ຜະລິດ​ຄືນ​ໃໝ່ ​ເພື່ອ​ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ .

ຂ່າວ/ບົດ​ອື່ນ