ການເຕີບໂຕສີຂຽວຕ້ອງໄດ້ຮັບການສະໜັບສະໜູນ ແລະ ການເຂົ້າຮ່ວມ ຂອງປະຊາຊົນ ແລະ ວິສາຫະກິດ

(VOVWORLD) - ເວທີປາໄສໄດ້ເຕົ້າໂຮມບັນດານັກຊ່ຽວຊານມີອິດທິພົນຊື່ສຽງຢູ່ພາຍໃນ ແລະ ຕ່າງປະເທດ, ໄດ້ມາເຊິ່ງຄວາມຮັບຮູ້ໃໝ່, ມາດຕະການທີ່ດີ, ບົດຮຽນລ້ຳຄ່າ
ການເຕີບໂຕສີຂຽວຕ້ອງໄດ້ຮັບການສະໜັບສະໜູນ ແລະ ການເຂົ້າຮ່ວມ ຂອງປະຊາຊົນ ແລະ ວິສາຫະກິດ - ảnh 1(ເວທີປາໄສເສດຖະກິດນະຄອນ ໂຮ່ຈິມິນ ຄັ້ງທີ 4)

          ຕອນເຊົ້າວັນທີ 15 ກັນຍາ, ເວທີປາໄສເສດຖະກິດນະຄອນ ໂຮ່ຈິມິນ ຄັ້ງທີ 4 ດ້ວຍຫົວຂໍ້ວ່າ “ການເຕີບໂຕສີຂຽວ - ການເດີນທາງມຸ່ງໄປເຖິງຫຼຸດຜ່ອນການປ່ອຍອາຍພິດລົງເປັນ 0” ໄດ້ໄຂຂຶ້ນຢູ່ນະຄອນໂຮ່ຈິມິນ. ນັກປະຖະກະຖາທັງຢູ່ພາຍໃນ ແລະ ຕ່າງປະເທດ 70 ກວ່າທ່ານ, ພ້ອມກັບນັກທຸລະກິດເປັນຈຳນວນຫຼາຍໄດ້ເຂົົ້າຮ່ວມເວທີປາໄສ.

            ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິນຄາຍ ຖືວ່າ, ເວທີປາໄສໄດ້ເຕົ້າໂຮມບັນດານັກຊ່ຽວຊານມີອິດທິພົນຊື່ສຽງຢູ່ພາຍໃນ ແລະ ຕ່າງປະເທດ, ໄດ້ມາເຊິ່ງຄວາມຮັບຮູ້ໃໝ່, ມາດຕະການທີ່ດີ, ບົດຮຽນລ້ຳຄ່າເພື່ອສາມາດຊ່ວຍໃຫ້ນະຄອນ ໂຮ່ຈີມິນ ໃນການຜັນຂະຫຍາຍແຜນນະໂຍບາຍ, ຍຸດທະສາດ ແລະ ນະໂຍບາຍຂອງພັກ ແລະ ລັດຖະບານກ່ຽວກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງໃຫ້ບັນລຸປະສິດທິຜົນ.

          “ເພື່ອປະຕິບັດບັນດາຄຳໝັ້ນສັນຍາສາກົນ ກໍ່ຄືປະຕິບັດບັນດາແຜນນະໂຍບາຍໃຫຍ່ ກ່ຽວກັບການພັດທະນາແບບຍືນຍົງຢ່າງມີປະສິດທິຜົນ, ພຽງແຕ່ມີຄວາມພະຍາຍາມດ້ານການເມືອງ ຫຼື ຄວາມຕັດສິນໃຈແມ່ນບໍ່ພຽງພໍ. ຕ້ອງມີຄວາມ ເຂົ້າໃຈ, ການສະໜັບສະໜູນ ແລະ ຮ່ວມແຮງຮ່ວມໃຈຂອງປະຊາຊົນຢ່າງກວ້າງຂວາງ, ການປະດິດຄິດສ້າງ ແລະ ການເຂົ້າຮ່ວມຂອງວິສາຫະກິດ ແລະ ທ້ອງຖິ່ນ, ລັກສະນະຄົບຊຸດ ແລະ ບັນລຸປະສິດທິຜົນຈາກນະໂຍບາຍ. ພ້ອມທັງ, ຕ້ອງລະດົມແຫຼ່ງກຳລັງຢ່າງໃຫຍ່ຫຼວງຈາກສັງຄົມ ແລະ ບັນດານັກລົງທຶນ, ອົງການການເງິນທັງຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ