ການ​ເປີດ​ຕົວ​​ສິ່ງ​ພີມ​ໂຄ​ສະ​ນາ​​ພັດ​ຕະ​ຄານ, ໂຮງ​ຮຽມ​ທີ່​ມີ​ຊື່​ສຽງ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ

ການ​ເປີດ​ຕົວ​​ສິ່ງ​ພີມ​ໂຄ​ສະ​ນາ​​ພັດ​ຕະ​ຄານ, ໂຮງ​ຮຽມ​ທີ່​ມີ​ຊື່​ສຽງ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ - ảnh 1
ເປີດ​ຕົວ​ສິ່ງ​ພີມ “Ho Chi Minh City
Hotels and Restaurants 2016”
(ພາບ: tuoitre.vn)

(vovworld)- ວັນ​ທີ 30/8, ພະ​ແນກ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ​ ສົມ​ທົບ​ກັບ​​ສຳ​ນັກພີມ​ຈຳ​ໜາຍ​ສຳ​ນັກ​ຂ່າວສານຫວຽດ​ນາມ, ໜັງ​ສື​ພີມ TUOI TRE​ ແປ​ວ່າ ໄວ​ໜຸ່ມ​ ​ໄດ້ເປີດ​ຕົວ​ສິ່ງ​ພີມ “Ho Chi Minh City Hotels and Restaurants 2016”  ເພື່ອ​ສະ​ໜອງຂໍ້​ມູນ ​ໃຫ້​ນັກ​ທ່ອງ​ທ່ຽວ ຮູ້​ກ່ຽວ​ກັບພັດ​ຕະ​ຄານ, ໂຮງ​ແຮມ 3-5 ດາວ, ການ​ບໍ​ລິ​ການ, ຜະ​ລິດ​ຕະ​ພັນ​ເຄື່ອງ​ໝາຍ​ການ​ຄ້າ​ຫວ​ຽດ, ສະ​ຖານ​ທີ່​ຊື້​ເຄື່ອງ​ຂອງ…

        ການ​​ເປີດຕົວ​ສິ່ງ​ພີມ “Chi Minh City Hotels and Restaurants 2016” ບໍ່​ພຽງ​ແຕ່​ເປັນ​ການຕອບ​ສະ​ໜອງ​ຂໍ້​ມູນ​ທີ່​ຈຳ​ເປັນ ໃຫ້​ນັກ​ທ່ອງ​ທ່ຽວ​ເທົ່າ​ນັ້ນ ຫາກ​ຍັງ​​ເພື່ອ​ເປັນ​ການເພີ່ມ​ທະ​ວີ​ວຽກ​ງານ​ສົ່ງ​ເສີມ, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ໂຄ​ສະ​ນາ​ຮູບ​ພາບ, ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ເຮົາ​ອອກ​ສູ່​​ຕ່າງ​ປະ​ເທດ, ປະ​ກອບ​ສ່ວນ​ຍົກ​ສູງ​ຮູບ​ພາບ, ທີ່​ຕັ້ງ​ບົດ​ບາດຂອງ​​ສະ​ຖານ​ທີ່​ທ່ອງ​ທ່ຽວ​ ໃນນະ​ຄອນ​ໂຮ່​ຈີ​ມິນ ກໍ່​ຄືການ​ສະ​ແດງ​ແຈ້ງ​ບົດ​ບາດ ​ຂອງ​ອົງ​ການ​ຄຸ້ມ​ຄອງ​ລັດ ກ່ຽວ​ກັບ​ຂົງ​ເຂດ​ການ​ທ່ອງ​ທ່ຽວ ​ໃນ​ບໍ​ລິ​ເວນ​ນະ​ຄອນ​ໂຮ​ຈີ​ມິນ.

ຂ່າວ/ບົດ​ອື່ນ