ການເລືອກດຕັ້ງງທົ່ວ ປະເທດອົດສະຕາລີ

ການເລືອກດຕັ້ງງທົ່ວ ປະເທດອົດສະຕາລີ - ảnh 1

 ຜູ້​ມີ​ສິດ​ເລືອກ​ຕັ້ງອົດ​ສະ​ຕາ​ລີປ່ອນ​ບັດ​ເລືອກ​ຕັ້ງ

(ພາບ: vov.vn)

(vovworld)-​​​​ ​ໃນ​ເວລາ 8 ​ໂມງ​ເຊົ້າຂອງວັນ​ທີ 7/9,​ ຕາມ​ເວລາ​ທ້ອງ​ຖິ່ນ, ຜູ້​ມີ​ສິດ​ເລືອກ​ຕັ້ງອົດ​ສະ​ຕາ​ລີ ​ເລີ່​ມ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ 150 ທີ່​ນັ່ງ ​ໃນ​ສະພາ​ຕຳ່ ​ແລະ 40 ທີ່​ນັ່ງ​ໃນ​ຈຳນວນ​ທັງ​ໝົດ 76 ທີ່​ນັ່ງ​ທີ່​ສະພາ​ສູງ, ຜ່ານ​ນັ້ນສ້າງຕັ້ງລັດຖະບານ​ໃໝ່​ໃນ​ອາຍຸ​ການ 3 ປີ​ຂ້າງ​ໜ້າ. ຄະນະ​ກຳມະການ​​ເລືອກ​ຕັ້ງອົດ​ສະ​ຕາ​ລີ ​ໃຫ້​ຮູ້​ວ່າ: ມີຜູ້​ມີ​ສິດ​ເລືອກ​ຕັ້ງອົດ​ສະ​ຕາ​ລີ ປະມານ 14,7 ລ້ານ​ຄົນ ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງຢູ່​ສະຖານ​ທີ່​ເລືອກ​ຕັ້ງ​ເກືອບ 8000 ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ​ໃນ​ຕົວ​ຈິງ, ການ​ເລືອກ​ຕັ້ງຄັ້ງນີ້​ຈະ​ແມ່ນ​ການ​ແຂ່ງຂັນ​ລະຫວ່າງ​ພັກ​ຄອງ​ເກດ​ກຳ​ອຳນາດຂອງ​ນາຍົກລັດຖະມົນຕີ Kevin Rudd ​ແລະ ພັກ​ເສລີ-​ແຫ່ງ​ຊາດ​ຝ່າຍ​ຄ້ານ​ໂດຍ​ທ່ານ Tony Abbott ນຳ​ໜ້າ. ການ​ຢັ່ງ​ຫາງ​ສຽງ​ຄັ້ງຕ່າງໆໃຫ້​ເຫັນ​ວ່າ: ພັກ​ເສລີ-​ແຫ່ງ​ຊາດ​ຝ່າຍ​ຄ້ານ​ໂດຍ​ທ່ານ Tony Abbott ນຳ​ໜ້າຈະ​ໄດ້​ຮັບ​ໄຊຊະນະ. ຕາມ​ກົດໝາຍ​ອົດ​ສະ​ຕາ​ລີ, ພັກ​ໃດ​ຍາດ​ໄດ້​ຈຳນວນທີ່​ນັ່ງ​ກ່ວາ​ເຄີ່ງ​ໜຶ່ງ​ທີ່​ສະພາ​ຕ່ຳ ຈຶ່ງ​ຈະມີ​ສິດ​ສ້າງຕັ້ງລັດຖະບານ​ ​ແລະ ຜູ້ນຳ​ໜ້າ​ພັກ​ນີ້​ຈະ​ກາຍ​ເປັນ​ນາຍົກລັດຖະມົນຕີ.

ຂ່າວ/ບົດ​ອື່ນ