ການເລືອກຕັ້ງ EP 2019

(VOVWORLD) - ຄາດວ່າ ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດໃນການເລືອກຕັ້ງຄັ້ງນີ້ ແມ່ນ 49% - 52% ສູງກ່ວາ ເມື່ອທຽບໃສ່ອັດຕາ 42,61% ໃນການເລືອກຕັ້ງຄັ້ງກ່ອນ.
ການເລືອກຕັ້ງ EP 2019 - ảnh 1ການເລືອກຕັ້ງ EP 2019 (ພາບ: AFP/TTXVN)

ວັນທີ 26 ພຶດສະພາ, ຜູ້ມີສິດເລືອກຕັ້ງຢູ່ 21 ປະເທດສະມາຊິກສະຫະພາບ ເອີຣົບ (EU) ໄດ້ເຂົ້າຮ່ວມວັນປ່ອນບັດຕັດສິນໃນການເລືອກຕັ້ງລັດຖະສະພາ ເອີຣົບ (EP), ການເລືອກຕັ້ງໄດ້ຮັບຄວາມມຸ່ງຫວັງວ່າ ອາດຈະສ້າງກຳລັງແຮງສາມັກຄີຂອງບັນດາພັກການເມືອງທີ່ສະໜັບສະໜູນ ເອີຣົບ, ຜ່ານນັ້ນ ໄດ້ສ້າງທ່ວງທ່າໃຫ້ການກະທຳລວມໝູ່ໃນການຜັນຂະຫຍາຍ ແລະ ປະຕິບັດນະໂຍບາຍເສດຖະກິດ ແລະ ການຕ່າງປະເທດພາຍໃນກຸ່ມ. ເຖິງວ່າ 7 ໃນຈຳນວນ 28 ປະເທດ ອີຢູ ໄດ້ດຳເນີນການເລືອກຕັ້ງນີ້ແລ້ວກໍ່ຕາມ, ແຕ່ວັນທີ 26 ພຶດສະພາ ກໍ່ໄດ້ຮັບຖືວ່າ ແມ່ນວັນທີ່ມີຄວາມໝາຍສຳຄັນ ໃນຂະນະທີ່ຜູ້ມີສິດເລືອກຕັ້ງບັນດາປະເທດໃຫຍ່ຂອງ ອີຢູ ຄື: ເຢຍລະມັນ, ຝຮັ່ງ, ອີຕາລີ, ແອັດສະປາຍ ໄປປ່ອນບັດ. ກ່ອນໜ້ານັ້ນ, ໃນລະຫວ່າງວັນທີ 23 – 25 ພຶດສະພາ, ຜູ້ມີສິດເລືອກຕັ້ງ ໂຮນລັງ, ອັງກິດ, ອຽກລັງ, ມານຕາ, ສະໂລວາເກຍ, ລັດເວຍ ແລະ ສ.ເຊັກໂກ ກໍ່ໄດ້ໄປປ່ອນບັດ ເພື່ອເລືອກເອົາຜູ້ຕາງໜ້າໃຫ້ປະເທດຕົນຢູ່ອົງການນິຕິບັດຍັດ ເອີຣົບ.

        ຕາມແຈ້ງການຂອງ EP ໃຫ້ຮູ້ວ່າ: ຄາດວ່າ ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດໃນການເລືອກຕັ້ງຄັ້ງນີ້ ແມ່ນ 49% - 52% ສູງກ່ວາ ເມື່ອທຽບໃສ່ອັດຕາ 42,61% ໃນການເລືອກຕັ້ງຄັ້ງກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ