ການ​ເລືອກ​ຕັ້ງ ອັງ​ກິດ: ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Sunak ແລະ ການ​ນຳພັກ​ແຮງ​ງານ ໂຕ້​ວາ​ທີ ຄັ້ງ​ທຳ​ອິດ​ຜ່ານ​ຊ່ອງ​ໂທ​ລະ​ພາບ

(VOVWORLD) -  ຕອນຄ່ຳວັນທີ 04 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ແລະ ທ່ານ Keir Starmer ການນຳພັກແຮງງານ ຝ່າຍຄ້ານ ໄດ້ໂຕ້ວາທີກັນແບບເຊິ່ງໜ້າຄັ້ງທຳອິດຜ່ານຊ່ອງໂທລະພາບ, ເມື່ອບັ້ນຫາສຽງເລືອກຕັ້ງຢູ່ ອັງກິດ ໃກ້ຈະໝົດໄປສອງອາທິດ.
ການ​ເລືອກ​ຕັ້ງ ອັງ​ກິດ: ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Sunak ແລະ ການ​ນຳພັກ​ແຮງ​ງານ ໂຕ້​ວາ​ທີ ຄັ້ງ​ທຳ​ອິດ​ຜ່ານ​ຊ່ອງ​ໂທ​ລະ​ພາບ - ảnh 1ທ່ານນາຍົກລັດຖະມົນຕີ Rishi Sunak (ພາບ:  AFP/TTXVN)

ໃນການສູ້ຢັນກັນທີ່ແກ່ຍາວເປັນເວລາປະມານ 1 ຊົ່ວໂມງ, ການນຳສອງທ່ານໄດ້ສຸມໃສ່ໂຕ້ວາທີໃນບັນຫາຕັ້ງຖິ່ນຖານໃໝ່, ອາກອນ, ຄ່າຄອງຊີບ, ການບໍລິການສາທາລະນະສຸກແຫ່ງຊາດ (NHS) ກໍຄືບັນດາບັນຫາກ່ຽວກັບຄວາມໝັ້ນຄົງ, ສິ່ງແວດລ້ອມ. ທ່ານນາຍົກລັດຖະມົນຕີ Rishi Sunak ໃຫ້ຄຳໝັ້ນສັນຍາຫຼຸດຜ່ອນອາກອນ, ປົກປ້ອງເງິນເບ້ຍລ້ຽງຂອງຜູ້ມີສິດເລືອກຕັ້ງ ແລະ ຫຼຸດຜ່ອນການຮັບຄົນເຂົ້າຕັ້ງຖິ່ນຖານ. ກ່ຽວກັບບັນຫາຕັ້ງຖິ່ນຖານໃໝ່ນັ້ນ, ທ່ານ Sunak ຖະແຫຼງວ່າ ອັງກິດ ອາດຈະຖອນຕົວອອກຈາກສົນທິສັນຍາສິດທິມະນຸດ ເອີຣົບ (ECHR) ຖ້າຫາກວ່າ ແຜນການສົ່ງຊາວລີ້ໄພໄປຍັງ Rwanda ຂອງ ລັດຖະບານ ຖືກກີດຂວາງ. ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານນາຍົກລັດຖະມົນຕີ ອັງກິດ ໃຫ້ຮູ້ວ່າ ທ່ານຫາກໍ່ຍົກອອກຂໍ້ຕົກລົງອັນ “ກ້າຫານ” ເພື່ອໃຫ້ປະເທດ ອັງກິດ ຍັງຄົງຕອບສະໜອງໄດ້ບັນດາພັນທະຂອງຕົນ, ພ້ອມທັງປົກປ້ອງງົບປະມານຂອງບັນດາຄອບຄົວທຸກຍາກ.

        ໃນຂະນະນັ້ນ, ການນຳພັກແຮງງານ ໃຫ້ຄຳໝັ້ນສັນຍາຈະແກ້ໄຂສະພາບການຢຸດງານຂອງພະນັກງານສາທາລະນະລຸກ, ຮັບສະໝັກຄູອາຈານເພື່ອແກ້ໄຂສະພາບການຂາດແຄນແຮງງານໃນຂະແໜງການສຶກສາ, ເພີ່ມບາງປະເພດອາກອນລະອຽດ, ເຊັ່ນ; ອາກອນສຳຮັບໂຮງຮຽນເອກະຊົນ, ກໍຄື ຍົກເລີກກົນໄກອາກອນບໍ່ອາໄສ. ກ່ຽວກັບ ECHR, ທ່ານ Starmer ປົກປ້ອງເລື່ອງເຂົ້າຮ່ວມສົນທິສັນຍາ ແລະ ຖືວ່າ ອັງກິດຕ້ອງແມ່ນປະເທດທີ່ໄດ້ຮັບຄວາມເຄົາລົບໃນເວທີສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ