ການ​ເລ​ືອກຕັ້ງ ອ​າ​ເມ​ລິ​ກາ 2020: ການຮ່ວມ​ຊື່​ຫາ​ສຽງ​ເລືອ​ກຕັ້ງ​ຂອງ​ພັກ​ປະຊາທິປະ​ໄຕ​ປະກົດ​ຕົວ​ເປັນ​ຄັ້ງ​ທໍາອິດ

(VOVWORLD) -ວັນທີ 12 ສິງຫາ, ຜູ້ອອກສະໝັກເລືອກຕັ້ງປະທານາທິບໍດີ ອາເມລິກາ ຂອງພັກປະຊາທິປະໄຕ Joe Biden ແລະ ຄູ່ຮ່ວມມືຮ່ວມຊື່ຫາສຽງເລືອກຕັ້ງ ທ່ານນາງ Kamala Harris ສະມາຊິກສະພາສູງ ໄດ້ພ້ອມກັນປະກົດຕົວເປັນຄັ້ງທໍາອິດໃນບັ້ນຫາສຽງເລືອກຕັ້ງປະທານາທິບໍດີ ປີ 2020.
ການ​ເລ​ືອກຕັ້ງ ອ​າ​ເມ​ລິ​ກາ 2020: ການຮ່ວມ​ຊື່​ຫາ​ສຽງ​ເລືອ​ກຕັ້ງ​ຂອງ​ພັກ​ປະຊາທິປະ​ໄຕ​ປະກົດ​ຕົວ​ເປັນ​ຄັ້ງ​ທໍາອິດ - ảnh 1 ຜູ້ອອກສະໝັກເລືອກຕັ້ງປະທານາທິບໍດີ ອາເມລິກາ ຂອງພັກປະຊາທິປະໄຕ Joe Biden ແລະ ຄູ່ຮ່ວມມືຮ່ວມຊື່ຫາສຽງເລືອກຕັ້ງ ທ່ານນາງ Kamala Harris ສະມາຊິກສະພາສູງ ໄດ້ພ້ອມກັນປະກົດຕົວເປັນຄັ້ງທໍາອິດ

        ກ່າວຄໍາເຫັນໃນເຫດການແນະນໍາລາຍຊື່ຮ່ວມຫາສຽງເລືອກຕັ້ງ, ທ່ານອະດີດຮອງປະທານາທິບໍດີ Joe Biden ໄດ້ຢືນຢັນວ່າ ທ່ານນາງ Kamala Harris ແມ່ນການຄັດເລືອກທີ່ຖືກຕ້ອງ ເພື່ອຊ່ວຍທ່ານສາມາດເອົາຊະນະທ່ານ Donald Trump ປະທານາທິບໍດີ ອາເມລິກາ. ຕາມທ່ານ Joe Biden ແລ້ວ, ທ່ານນາງ Kamala Harris ແມ່ນຄູ່ຮ່ວມມືດ້ານອໍານາດການປົກຄອງທີ່ມີປະສົບການ ແລະ ສົມບູນທີ່ສຸດ. ທ່ານກໍເນັ້ນໜັກວ່າ, ທັງສອງຄົນລ້ວນແຕ່ກຽມພ້ອມຈັບມືກັນສ້າງສາປະເທດ ອາເມລິກາ ຄືນໃໝ່.

        ສ່ວນທ່ານນາງສະມາຊິກສະພາສູງ Kamala Harris ອີກຄັ້ງໜຶ່ງໄດ້ຢັ້ງຢືນເຖິງຄວາມເອກອ້າງທະນົງໃຈກໍຄືຄວາມເປັນກຽດເມື່ອໄດ້ຮັບໜ້າທີ່ເຂົ້າຮ່ວມການຫາສຽງເລືອກຕັ້ງພ້ອມກັບທ່ານ Joe Biden, ພ້ອມທັງຖືວ່າ “ປະເທດ ອາເມລິກາ ພວມຕ້ອງການຜູ້ນໍາພາ”.

        ນັກຂ່າວ VOV ປະຈໍາ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ