ການ​ເລືອກ​ຕັ້ງ ອາ​ເມ​ລິກ​າ 2020: ທ່ານ Joe Biden ຄັດ​ເລືອກ​ບັນ​ດາ​ສະ​ມາ​ຊິກ​ຫຼັກ​ແຫຼ່ງ​ຂອງ​ກຸ່ມ​ເສດ​ຖະ​ກິ​ດ

(VOVWORLD) -ຄະນະມອບໂອນສິດອຳນາດຂອງທ່ານ Joe Biden ໄດ້ຄັດເລືອກທ່ານ Janet Yellen ອະດີດປະທານກົມສະສົມສະຫະລັດ (FED) ເປັນລັດຖະມົນຕີກະຊວງການເງິນ ໃຫ້ແກ່ອຳນາດການປົກຄອງຊຸດໃໝ່ໃໝ່.


ການ​ເລືອກ​ຕັ້ງ ອາ​ເມ​ລິກ​າ 2020: ທ່ານ Joe Biden ຄັດ​ເລືອກ​ບັນ​ດາ​ສະ​ມາ​ຊິກ​ຫຼັກ​ແຫຼ່ງ​ຂອງ​ກຸ່ມ​ເສດ​ຖະ​ກິ​ດ - ảnh 1ທ່ານ Joe Biden  ກ່າວຄຳເຫັນທີ່ Wilmington, Del ໃນວັນທີ 25/11 ຜ່ານມາ (ພາບ: AP/Carolyn Kaster)

ວັນທີ 30 ພະຈິກ ຕາມເວລາ ອາເມລິກາ, ທ່ານ Joe Biden ແລະ ທ່ານນາງ Kamala Harris, ບັນດາຜູ້ສະໝັກເລືອກຕັ້ງຝ່າຍດຽວ ໄດ້ຮັບການຢັ້ງຢືນຈາກສື່ມວນຊົນ ອາເມລິກາ ວ່າ ແມ່ນໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ແລະ ຮອງປະທານາທິບໍດີ ອາເມລິການັ້ນ ໄດ້ປະກາດພາກສ່ວນການນຳຂັ້ນສູງຂອງຄະນະກຳມະການຮັບຜິດຊອບການວາງແຜນໃຫ້ແກ່ພິທີຮັບດຳລົງຕຳແໜ່ງປະທານາທິບໍ. ທ່ານ Tony Allen ເຊິ່ງເປັນຄົນຮຽບຮຽງບົດກ່າວປາໄສໃຫ້ແກ່ທ່ານ Joe Biden ແຕ່ຄາວຍັງເປັນສະມາຊິກສະພາສູງ ຈະດຳລົງຕຳແໜ່ງເປັນຜູ້ອຳນວຍການບໍລິຫານຄະນະກຳມະການດັ່ງກ່າວ. ໃນຂະນະນັ້ນ, ທ່ານ Erin Wilson ແລະ ທ່ານນາງ Yvanna Cancela ຈະຮັບດຳລົງຕຳແໜ່ງເປັນຮອງຜູ້ອຳນວຍການຝ່າຍບໍລິຫານ.

        ໃນວັນດຽວກັນ, ຄະນະມອບໂອນສິດອຳນາດຂອງທ່ານ Joe Biden ໄດ້ຄັດເລືອກທ່ານ Janet Yellen ອະດີດປະທານກົມສະສົມສະຫະລັດ (FED) ເປັນລັດຖະມົນຕີກະຊວງການເງິນ ໃຫ້ແກ່ອຳນາດການປົກຄອງຊຸດໃໝ່ໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ