ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2020: ​ຜູ້​​ສະ​ໝັກ​ເລືອກ​ຕັ້ງ Joe Biden ມີ​ອັດ​ຕາ​ສະ​ໜັບ​ສະ​ໜູນ​ເພີ່ມ​ຂຶ້ນ​ຢ່າງ​ຂາດ​ຂັ້ນ​ເມື່ອ​ທຽບ​ໃສ່​ທ່ານ ປະ​ທາ​ນາ​ທິ​ບໍ​ດ​ີ Donald Trump ໃນ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ ຢູ່ Michigan

(VOVWORLD) -ກ່ອນໜ້ານັ້ນ, ບັນດາການຢັ່ງຫາງສຽງຂອງ Fox New ໄດ້ປະກາດໃນວັນທີ 3 ມິຖຸນາ ໃຫ້ເຫັນວ່າ ທ່ານ Donald Trump ພວມມີອັດຕາສະໜັບສະໜູນຕ່ຳກ່ວາທ່ານ Joe Biden ຢູ່ 3 ລັດ Ohio, Wisconsin ແລະ Arizona.
ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2020: ​ຜູ້​​ສະ​ໝັກ​ເລືອກ​ຕັ້ງ Joe Biden ມີ​ອັດ​ຕາ​ສະ​ໜັບ​ສະ​ໜູນ​ເພີ່ມ​ຂຶ້ນ​ຢ່າງ​ຂາດ​ຂັ້ນ​ເມື່ອ​ທຽບ​ໃສ່​ທ່ານ ປະ​ທາ​ນາ​ທິ​ບໍ​ດ​ີ Donald Trump ໃນ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ ຢູ່ Michigan - ảnh 1 ຜູ້ສະໝັກເລືອກຕັ້ງ Joe Biden ແລະ ປະທານາທິບໍດີ Donald Trump (ພາບ: AFP/TTXVN)

 ວັນທີ 7 ມິຖຸນາ, ຕາມໝາກຜົນຂອງການຢັ່ງຫາງສຽງຄັ້ງໃໝ່ທີ່ໄດ້ປະກາດນັ້ນ, ທ່ານ Joe Biden ຜູ້ສະໝັກເລືອກຕັ້ງຕຳແໜ່ງປະທານາທິບໍດີຂອງພັກປະຊາທິປະໄຕ ໄດ້ມີອັດຕາສະໜັບສະໜັບເພີ່ມຂຶ້ນຢ່າງຂາດຂັ້ນເມື່ອທຽບໃສ່ທ່ານ ປະທານາທິບໍດີ Donald Trump ຢູ່ລັດ Michigan (53% ເມື່ອທຽບໃສ່ 41%). ການຢັ່ງຫາງສຽງທີ່ຄ້າຍຄືກັນກໍ່ສະແດງໃຫ້ເຫັນວ່າ ຜູ້ມີສິດເລືອກຕັ້ງຢູ່ Michigan ບໍ່ພໍໃຈກັບວິທີການແກ້ໄຂຂອງທ່ານ ປະທານາທິບໍດີ Donald Trump ກ່ຽວກັບໂລກລະບາດ Covid – 19.

        ກ່ອນໜ້ານັ້ນ, ບັນດາການຢັ່ງຫາງສຽງຂອງ Fox New ໄດ້ປະກາດໃນວັນທີ 3 ມິຖຸນາ ໃຫ້ເຫັນວ່າ ທ່ານ Donald Trump ພວມມີອັດຕາສະໜັບສະໜູນຕ່ຳກ່ວາທ່ານ Joe Biden ຢູ່ 3 ລັດ Ohio, Wisconsin ແລະ Arizona.

ຕອບກັບ

ຂ່າວ/ບົດ​ອື່ນ