ການ​ເລ​ືອກ​ຕັ້ງ ອາ​ເມ​ລິ​ກາ 2024

(VOVWORLD) -

ທ່ານນາງ Kamala Harris ໄດ້ຮັບການສະໜັບສະໜູນພໍດີ ເພື່ອກາຍເປັນຜູ້ອອກສະໝັກຮັບເລືອກຕັ້ງຂອງພັກສາທາລະນະ.


ການ​ເລ​ືອກ​ຕັ້ງ ອາ​ເມ​ລິ​ກາ 2024 - ảnh 1

(ພາບ: Getty)

     ຕອນເຊົ້າວັນທີ 23 ກໍລະກົດ (ຕາມເວລາ ຫວຽດນາມ), ທ່ານນາງ Kamala Harris ຮອງປະທານາທິບໍດີ ອາເມລິກາ ປະກາດວ່າ ທ່ານນາງໄດ້ຮັບການສະໜັບສະໜູນທີ່ຈຳເປັນ ເພື່ອກາຍເປັນຜູ້ອອກສະໝັກຮັບເລືອກຕັ້ງ ຂອງພັກສາທາລະນະ ໃນການເລືອກຕັ້ງປະທານາທິບໍດີໃນເດືອນພະຈິກທີ່ຈະມາເຖິງ. ທ່ານນາງ Harris ກ່າວຄຳເຫັນສະແດງຄວາມເອກອ້າງທະນົງໃຈ ຍ້ອນໄດ້ຮັບການສະໜັບສະໜູນທີ່ຈຳເປັນ ເພື່ອເປັນຜູ້ຕາງໜ້າໃຫ້ພັກສາທາລະນະ ໄປອອກຫາສຽງເລືອກຕັ້ງ ໃນການຊ່ວງເສັງເຂົ້າທຳນຽບຂາວຄັ້ງຈະມາເຖິງ.

     ພັກສາທາລະນະ ຈະຈັດກອງປະຊຸມໃຫ່ຍທົ່ວປະເທດຢູ່ນະຄອນ Chicago ແຕ່ວັນທີ 19-22 ສິງຫາ ແລະ ທ່ານນາງ ຈະມີບົດກ່າວຄຳເຫັນຮັບການສະເໜີເລືອກຕັ້ງ ຖ້າຫາກວ່າ ພັກສາທາລະນະ ໄດ້ແນະນຳຢ່າງເປັນທາງການກ່ອນນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ