ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2024: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Biden ​ມີ​ແນນ​ຜູ້​ສະ​ໜັບ​ສະ​ໜູນ​ສູງກວ່າ ຜູ້​ສະ​ໝັກ​ເລືອກ​ຕັ້ງ Donald Trump

(VOVWORLD) - ມີປະມານ 41% ຜູ້ມີສິດເລືອກຕັ້ງ ໄດ້ເຂົ້າຮ່ວມການສຳຫຼວດເປັນເວລາ 5 ວັນ ທີ່ສິ້ນສຸດລົງໃນວັນທີ 8 ເມສາ ໃຫ້ຮູ້ວ່າ ເຂົາເຈົ້າຈະປ່ອນບັດສະໜັບສະໜູນທ່ານ Joe Biden, ໃນຂະນະ ມີ 37%  ຜູ້ມີສິດເລືອກຕັ້ງຈະເລືອກສະໜັບສະໜູນທ່ານອະດີດປະທານາທິບໍດີ Donald Trump. 
ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2024: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Biden ​ມີ​ແນນ​ຜູ້​ສະ​ໜັບ​ສະ​ໜູນ​ສູງກວ່າ ຜູ້​ສະ​ໝັກ​ເລືອກ​ຕັ້ງ Donald Trump - ảnh 1ທ່ານປະທານາທິບໍ ອາເມລິກາ ຄົນປັດຈຸບັນ Joe Biden ແລະ ທ່ານອະດີດປະທານາທິບໍດີ  Donald Trump (ພາບ: AFP/TTXVN)

ຕາມໝາກຜົນການສຳຫຼວດຄັ້ງຫຼ້າສຸດ ໂດຍສຳນັກຂ່າວສານ Reuters/Ipsos ປະກາດໃນວັນທີ 10 ເມສາ ແລ້ວ, ທ່ານປະທານາທິບໍດີ ອາເມລິກາ ຄົນປັດຈຸບັນ Joe Biden ໄດ້ສ້າງໄລຍະຫ່າງນຳໜ້າທ່ານອະດີດປະທານາທິບໍດີ Donald Trump  ກ່ອນການດຳເນີນການເລືອກຕັ້ງທົ່ວປະເທດເຊິ່ງຈະດຳເນີນໃນເດືອນ ພະຈິກ ຈະມາເຖິງນີ້, ໃນສະພາບການທີ່ຜູ້ສະໝັກເລືອກຕັ້ງພັກສາທາລະນະກະກຽມປະເຊີນໜ້າກັບວາລະພິພາກສາທຳອິດ ໃນຈຳນວນ 4 ວາລະພິພາກສາຄະດີອາຍາທີ່ຕ້ານຄືນທ່ານ.

        ລະອຽດ, ມີປະມານ 41% ຜູ້ມີສິດເລືອກຕັ້ງ ໄດ້ເຂົ້າຮ່ວມການສຳຫຼວດເປັນເວລາ 5 ວັນ ທີ່ສິ້ນສຸດລົງໃນວັນທີ 8 ເມສາ ໃຫ້ຮູ້ວ່າ ເຂົາເຈົ້າຈະປ່ອນບັດສະໜັບສະໜູນທ່ານ Joe Biden, ໃນຂະນະ ມີ 37%  ຜູ້ມີສິດເລືອກຕັ້ງຈະເລືອກສະໜັບສະໜູນທ່ານອະດີດປະທານາທິບໍດີ Donald Trump. ໝາກຜົນນີ້ ໄດ້ຊີ້ໃຫ້ເຫັນ ທ່າໄດ້ປຽບຂອງທ່ານ Joe Biden  ໄດ້ເພີ່ມຂຶ້ນຫຼາຍເມື່ອທຽບໃສ່ຜົນການສຳຫຼວດທີ່ໄດ້ດຳເນີນໃນເດືອນ ມີນາ ຜ່ານມາ. ເຖິງຢ່າງໃດກໍຕາມ, ການຫຼຸດລື່ນກັນ 4% ຂອງຄະແນນລະຫວ່າງຜູ້ສະໝັກເລືອກຕັ້ງ 2 ທ່ານນັ້ນ ຍັງເປັນຕົວເລກທີ່ນອນໃນຄ່າຜິດດ່ຽວຂອງການສຳຫຼວດ.


ຕອບກັບ

ຂ່າວ/ບົດ​ອື່ນ