ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2024: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ເປັນ​ຄົນ​ທຳ​ອິດໄດ້​ຮັບ​ໄຊ​ຊະ​ນະ​ໃນວັນທີ 5 ມີ​ນາ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Joe Biden ຄົນປັດຈຸບັນ ສືບຕໍ່ຍາດໄດ້ໄຊຊະນະໃນການເລືອກຕັ້ງເບື້ອງຕົ້ນຂອງພັກປະຊາທິປະໄຕ ຢູ່ລັດ Virfinia, Vermont ແລະ ລັດ Carolina ເໜືອ ໃນວັນທີ 5 ມີນາ.
ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2024: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ເປັນ​ຄົນ​ທຳ​ອິດໄດ້​ຮັບ​ໄຊ​ຊະ​ນະ​ໃນວັນທີ 5 ມີ​ນາ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: TTXVN)

ຕອນຄ່ຳວັນທີ 05 ມີນາ, ຕາມເວລາເຂດຝັ່ງຕາເວັນອອກປະເທດ ອາເມລິກາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຄົນປັດຈຸບັນ ສືບຕໍ່ຍາດໄດ້ໄຊຊະນະໃນການເລືອກຕັ້ງເບື້ອງຕົ້ນຂອງພັກປະຊາທິປະໄຕ ຢູ່ລັດ Virfinia, Vermont ແລະ ລັດ Carolina ເໜືອ ໃນວັນທີ 5 ມີນາ. ກ່ອນໜ້ານັ້ນ, ທ່ານ Joe Biden ໄດ້ຮັບໄຊຊະນະຢູ່ລັດ Iowa, ດ້ວຍການຍາດໄດ້ປະມານ 90% ຈຳນວນບັດເລືອກຕັ້ງ, ຜ່ານນັ້ນ ມີບັດສະໜັບສະໜູນຈາກຜູ້ແທນຕື່ມອີກ 40 ບັດຂອງລັດນີ້.

        ໝາກຜົນການນັບບັດໃນເບື້ອງຕົ້ນຢູ່ລັດ Virginia ຊີ້ໃຫ້ເຫັນວ່າ ທ່ານ Biden ຍາດໄດ້ 94,3% ຈຳນວນບັດເລືອກຕັ້ງ ແລະ ມີບັດສະໜັບສະໜູນຈາກຜູ້ແທນຕື່ມອີກ 99 ທ່ານຢູ່ລັດນີ້. ຢູ່ລັດ Vermont, ທ່ານ Biden ມີຜູ້ແທນສະໜັບສະໜູນຕື່ມອີກ 24 ທ່ານ. ໝາກຜົນການນັບບັດເບື້ອງຕົ້ນຢູ່ລັດ Carolina ເໜືອ ຊີ້ໃຫ້ເຫັນວ່າ ທ່ານຍາດໄດ້ຈຳນວນບັດສະໜັບສະໜູນກວ່າ 91,3%, ຜ່ານນັ້ນ ມີບັດສະໜັບສະໜູນຈາກຜູ້ແທນຕື່ມອີກ 116 ບັດ. ໄຊຊະນະຢູ່ລັດ Carolina ເໜືອ ໄດ້ຊ່ວຍໃຫ້ທ່ານ Biden ຫຍັບມໍ່ເຂົ້າກັບເປົ້າໝາຍຍາດໄດ້ບັດສະໜັບສະໜູນຈາກຜູ້ແທນ 1.968 ບັດ ເພື່ອຍາດໄດ້ການເລືອກຕັ້ງເປັນຜູ້ສະໝັກເລືອກຕັ້ງປະທານາທິບໍດີຂອງພັກປະຊາທິປະໄຕ ໃນກອງປະຊຸມໃຫຍ່ທົ່ວປະເທດຂອງພັກ ເຊິ່ງຈະຈັດຂຶ້ນໃນກາງເດືອນສິງຫາ ຢູ່ນະຄອນ Chicago.

ຕອບກັບ

ຂ່າວ/ບົດ​ອື່ນ