ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2024: ເປັນ​ຄັ້ງ​ທຳ​ອິດ ທ່ານ Donald Trump ປະ​ຕິ​ບັດ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຢູ່​ກາງ​ແຈ້ງ​ພາຍຫຼັງ​ຖືກ​ເຫດ​ລອງ​ສັງ​ຫານ

(VOVWORLD) - ການເຄື່ອນໄຫວຂົນຂວາຍເລືອກຕັ້ງຢູ່ກາງແຈ້ງຂອງທ່ານ Trump ໄດ້ປະຕິບັດ ພາຍຫຼັງ 1 ວັນທີ່ທ່ານນາງ Kamala Harris ກາຍເປັນຜູ້ອອກສະໝັກຮັກເລືອກຕັ້ງປະທານາທິບໍດີຢ່າງເປັນທາງການຂອງພັກປະຊາທິປະໄຕ.
ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2024: ເປັນ​ຄັ້ງ​ທຳ​ອິດ ທ່ານ Donald Trump ປະ​ຕິ​ບັດ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຢູ່​ກາງ​ແຈ້ງ​ພາຍຫຼັງ​ຖືກ​ເຫດ​ລອງ​ສັງ​ຫານ - ảnh 1ທ່ານອະດີດປະທານາທິບໍດີ ອາເມລິກາ  Donald Trump  (ພາບ: Kyodo/TTXVN)

ວັນທີ 21 ສິງຫາ, ເປັນຄັ້ງທຳອິດ ທ່ານອະດີດປະທານາທິບໍດີ ອາເມລິກາ  Donald Trump ຈັດເຫດການຂົນຂວາຍຫາສຽງເລືອກຕັ້ງຢູ່ກາງແຈ້ງ ນັບແຕ່ພາຍຫຼັງຖືກລອບສັງຫານ ເມື່ອເດືອນກໍລະກົດທີ່ຜ່ານມາ ໃນເງື່ອນໄຂການປ້ອງກັນຄວາມປອດໄພໄດ້ຮັບການປະຕິບັດຢ່າງເຂັ້ມງວດ. ເຫດການໄດ້ຈັດຂຶ້ນຢູ່ຫໍພິພິທະພັນການບິນ ຢູ່ນະຄອນ Asheboro ຂຶ້ນກັບລັດ North Carolina. ໃນບົດກ່າວປາໄສຂອງຕົນ, ທ່ານ Trump ໄດ້ສຸມໃສ່ເຂົ້າບັນຫາການຕະຫຼາດ ວຽກເຮັດງານທຳ, ໃນນັ້ນກ່າວເຕືອນວ່າ ອາເມລິກາ ອາດຈະເສຍວຽກເຮັດງານທຳເປັນຈຳນວນຫຼາຍ ຖ້າຄູ່ແຂ່ງຂອງທ່ານ ແມ່ນທ່ານນາງຮອງປະທານາທາບໍດີ Kamala Harris ຂຶ້ນກັບພັກປະຊາທິປະໄຕຍາດໄດ້ໄຊຊະນະໃນເດືອນພະຈິກຈະມາເຖິງ. ການເຄື່ອນໄຫວຂົນຂວາຍເລືອກຕັ້ງຢູ່ກາງແຈ້ງຂອງທ່ານ Trump ໄດ້ປະຕິບັດ ພາຍຫຼັງ 1 ວັນທີ່ທ່ານນາງ Kamala Harris ກາຍເປັນຜູ້ອອກສະໝັກຮັກເລືອກຕັ້ງປະທານາທິບໍດີຢ່າງເປັນທາງການຂອງພັກປະຊາທິປະໄຕ ໃນກອງປະຊຸມໃຫຍ່ທົ່ວປະເທດຂອງພັກນີ້ ເຊິ່ງໄດ້ດຳເນີນຢູ່ນະຄອນ Chicago, ລັດ Illinois. ນັບແຕ່ເກີດການລອບສັງຫານມາຮອດປັດຈຸບັນ, ການເຄື່ອນໄຫວຂົນຂວາຍຫາສຽງເລືອກຕັ້ງຂອງທ່ານ Trump ລ້ວນແຕ່ດຳເນີນຢູ່ບັນດາສະຖານທີ່ ໃນຮົ່ມ ພາຍຫຼັງອົງການສອດແນມ ອາເມລິກາກ່າວເຕືອນທ່ານຄວນເລືອກບັນດາສະຖານທີ່ສາມາດຄວບຄຸມຄວາມປອດໄພໄດ້ງ່າຍກ່ວາ. ເຖິງຢ່າງໃດກໍຕາມ, ວັນທີ 15 ສິງຫາຜ່ານມາ, ໜັງສືພິມ Washington Post ໄດ້ລົງຂ່າວວ່າ ອົງການສອດແນມ ອາເມລິກາ ໄດ້ຮັບຮອງເອົາແຜນການປ້ອງກັນຄວາມປອດໄພໃໝ່ເພື່ອໃຫ້ ທ່ານ Donald Trump ອາດສາມາດສືບຕໍ່ບັນດາການເຄື່ອນໄຫວຂົນຂວາຍຫາສຽງເລືອກຕັ້ງຢູ່ກາງແຈ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ