ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ປີ 2024: ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Kamala Harris ສ້າງ​ຄວາມ​ປ​ະ​ທັບ​ໃຈ​ຢູ່ 6 ໃນ​ຈຳ​ນວນ 7 ລັດ ຍຸ​ດ​ທະ​ສາດ

(VOVWORLD) - ທ່ານນາງ ຮອງປະທານາທິບໍດີ ອາເມລິກາ Kamala Harris, ຜູ້ອາດຈະກາຍເປັນຜູ້ສະໝັກເລືອກຕັ້ງຂອງພັກປະຊາທິປະໄຕໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ຈະມາເຖິງ ຍາດໄດ້ທ່າໄດ້ປຽບຫຼາຍກວ່າ ຄູ່ແຂ່ງຂອງພັກສາທາລະນະ, ທ່ານ Donald Trump, ຢູ່ 6 ໃນ 7 ລັດຍຸດທະສາດ.
ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ປີ 2024: ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Kamala Harris ສ້າງ​ຄວາມ​ປ​ະ​ທັບ​ໃຈ​ຢູ່ 6 ໃນ​ຈຳ​ນວນ 7 ລັດ ຍຸ​ດ​ທະ​ສາດ - ảnh 1 ທ່ານນາງ ຮອງປະທານາທິບໍດີ ອາເມລິກາ Kamala Harris (ພາບ: THX/TTXVN)

ຜົນການຢັ່ງຫາງສຽງ ທີ່ໄດ້ປະກາດໃນວັນທີ 30 ກໍລະກົດ ຢູ່ ອາເມລິກາ ຊີ້ໃຫ້ເຫັນວ່າ ທ່ານນາງ ຮອງປະທານາທິບໍດີ ອາເມລິກາ Kamala Harris, ຜູ້ອາດຈະກາຍເປັນຜູ້ສະໝັກເລືອກຕັ້ງຂອງພັກປະຊາທິປະໄຕໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ຈະມາເຖິງ ຍາດໄດ້ທ່າໄດ້ປຽບຫຼາຍກວ່າ ຄູ່ແຂ່ງຂອງພັກສາທາລະນະ, ທ່ານ Donald Trump, ຢູ່ 6 ໃນ 7 ລັດຍຸດທະສາດ.

        ການຢັ່ງຫາງສຽງຂອງ Bloomberg News/Morning Consult ໄດ້ຮັບການປະຕິບັດທາງອອນໄລ ແຕ່ວັນທີ 24 – 28 ກໍລະກົດ ພາຍຫຼັງທີ່ປະທານາທິບໍດີ Joe Biden ຢຸດຕິການຫາສຽງເລືອກຕັ້ງ, ໄດ້ຊີ້ໃຫ້ເຫັນວ່າ ທ່ານນາງ Kamala Harris ໄດ້ລື່ນກາຍທ່ານ Donald Trump  ຢູ່ລັດ Michigan ດ້ວຍ 11 ຄະແນນ, ໃນຂະນະນັ້ນມີການຫຼຸດລືນກັນຢູ່ບັນດາລັດ Arizona, Wisconsin ແລະ  Nevada ແມ່ນ 2 ຄະແນນ.  ທ່ານ Trump ນຳໜ້າຕໍ່ຄູ່ແຂ່ງຢູ່ລັດ Pennsylvania ດ້ວຍ 4 ຄະແນນ ແລະ ຢູ່    Carolina ເໜືອ ດ້ວຍ 2 ຄະແນນ. ສະເພາະຢູ່ລັດ Georgia, ສອງຝ່າຍໄດ້ຮັບການສະໜັບສະໜູນທໍ່ກັນ.  

ຕອບກັບ

ຂ່າວ/ບົດ​ອື່ນ