ການ​​ເລືອກ​ຕັ້ງ​ ໄທ: ພັກ​ປະ​ຊາ​ທິ​ປະ​ໄຕຍອມຮັບ​ຄວາມ​ປະ​ລາ​ໄຊ

(VOVWORLD) - ພາຍຫຼັງທີ່ໄດ້ຮັບໝາກຜົນອັນປະລາໄຊດັ່ງກ່າວ, ທ່ານ ອະພິສິດ ເວດຊາຊີວະ ອາດີດນາຍົກລັດຖະມົນຕີ ໄທ ໄດ້ລາອອກຈາກຕຳແໜ່ງປະທານພັກປະຊາທິປະໄຕນີ້.
ການ​​ເລືອກ​ຕັ້ງ​ ໄທ: ພັກ​ປະ​ຊາ​ທິ​ປະ​ໄຕຍອມຮັບ​ຄວາມ​ປະ​ລາ​ໄຊ - ảnh 1 ທ່ານ ປາຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄປລົງຄະແນນເລືອກຕັ້ງ (ພາບ: THX/TTXVN)

    ວັນທີ 24 ມີນາ, ທ່ານ ອົງອາດ ຄະລ້າມໄພບູນ ເປັນໜຶ່ງໃນຜູ້ທີ່ມີບົດບາດສຳຄັນຂອງພັກ ປະຊາທິປະໄຕ, ໄດ້ອອກມາຍອມຮັບວ່າ ພັກຂອງຕົນເອງໄດ້ຮັບຄວາມປະລາໄຊຢ່າງໜັກຕໍ່ພັກ ພະລັງ ປະຊາລັດ ໃນການເລືອກຕັ້ງທົ່ວປະເທດເຊິ່ງໄດ້ດຳເນີນໃນວັນດຽວກັນຢູ່ໄທ.

ໄລ່ເຖິງ ເວລາ 19 ໂມງ 30 ນາທີ ໃນວັນດຽວກັນ, ດ້ວຍອັດຕາ 46% ຈຳນວນບັດຄະແນນເລືອກຕັ້ງທີ່ນັບຄະແນນແລ້ວ, ພັກປະຊາທິປາໄຕ ຢືນຢູ່ອັນດັບທີ 5 ດ້ວຍ 39 ທີ່ນັ່ງ, ຖັດຈາກພັກເພື່ອໄທ, ພັກພະລັງປະຊາລັດ, ພັກພູມໃຈໄທ ແລະ ພັກອະນາຄົດໃໝ່.

ພາຍຫຼັງທີ່ໄດ້ຮັບໝາກຜົນອັນປະລາໄຊດັ່ງກ່າວ, ທ່ານ ອະພິສິດ ເວດຊາຊີວະ ອາດີດນາຍົກລັດຖະມົນຕີ ໄທ ໄດ້ລາອອກຈາກຕຳແໜ່ງປະທານພັກປະຊາທິປະໄຕນີ້.

ຕອບກັບ

ຂ່າວ/ບົດ​ອື່ນ