ການເລືອກຕັ້ງທົ່ວປະເທດຢູ່ສິງກະໂປ

ການເລືອກຕັ້ງທົ່ວປະເທດຢູ່ສິງກະໂປ - ảnh 1

(vovworld)-  8 ໂມງ​ເຊົ້າ​ຂອງວັນ​ທີ 11/9, ບັນ​ດາ​ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ຢູ່ ສິງ​ກະ​ໂປ ໄດ້​ເລີ່ມ​ຕົ້ນ​ເປີດ​ປະ​ຕູ ເພື່ອ​ຕ້ອນ​ຮັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ 2.466.977 ຄົນ ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ. ຕາມ​ອົງ​ການ​ເລືອກ​ຕັ້ງ​ສິງ​ກະ​ໂປ​ແລ້ວ, ໃນ​ການ​ເລືອກ​ຕັ້​ງ​ປີນີ້ ຈຳ​ນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ໄດ້​ເພີ່ມ​ຂຶ້ນ 110.720 ຄົນ​ເມື່ອ​ທຽບ​ໃສ່​ປີ 2011. ຜ​ູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ເພື່ອ​ເລືອກ​ຕັ້ງ ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ 89 ຄົນ. ບັນ​ດາ​ໝ​າກ​ຜົນ​ແຫ່ງ​ການ​ສຳ​ຫລວດ​ກ່ອນ​ນັ້ນ​ໃຫ້​ເຫັນ​ວ່າ ພັກ​ເຄື່ອນ​ໄຫວ​ເພື່ອ​ປະ​ຊາ​ຊົນ (PAP) ກຳ​ອຳ​ນາດ​ເກືອບ​ຄື​ວ່າ​ຈະ​ຍາດ​ໄດ້​ໄຊ​ຊະ​ນະ​ຢ່າງ​ແນ່ນອນ ແລະ ສ້າງ​ຕັ້ງ​ລັດ​ຖະ​ບານ​ໃຫມ່. ຕາມ​ການ​ສັງ​ເກດ​ຂອງວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ຈະ​ກຳ​ນົດ​ທິດ​ທາງ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຂອງ ສິງ​ກະ​ໂປ ໃນ​ສະ​ພາບ​ການ​ໃຫມ່​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ຄາດ​ວ່າ ໝາກ​ຜົນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ​ຈະ​ໄດ້​ຮັບ​ການ​ປະ​ກາດ​ໃນ​ຕອນ​ 10 ໂມງຄ່ຳ​ວັນ​ທີ 11/9 ພາຍ​ຫລັງ​2 ຊ​ົ່ວ​ໂມງ ​ທີ່ບັນ​ດາ​ສະ​ຖານ​ທີ່​ປ່ອນ​ບັດ​ເລ​ືອກ​ຕັ້ງ​ອັດ​ປະ​ຕູ .

 

ຂ່າວ/ບົດ​ອື່ນ