ການ​ເລືອກ​ຕັ້ງ​ປະ​ທານ​ສະ​ພາ​ຕ່ຳ ອາ​ເມ​ລິ​ກາ: ຜູ້​ສະ​ໝັກ​ເລືອກ​ຕັ້ງ​ພັກ​ສາ​ທາ​ລະ​ນະ​ຖອນ​ຕົວ ພາຍຫຼັງ​ໄດ້​ຮັບ​ການ​ສະ​ເໜີ

(VOVWORLD) - ທ່ານ Tom Emmer ຕັດສິນໃຈຖອນຕົວ ໃນຂະນະທີ່ມີສະມາຊິກສະພາຕ່ຳພັກສາທາລະນະ ຢ່າງໜ້ອຍສຸດ 25 ທ່ານ ໄດ້ປະກາດວ່າ ຈະບໍ່ປ່ອນບັດສະໜັບສະໜູນທ່ານ ໃນການເລືອກຕັ້ງຢູ່ສະພາຕ່ຳ.
ການ​ເລືອກ​ຕັ້ງ​ປະ​ທານ​ສະ​ພາ​ຕ່ຳ ອາ​ເມ​ລິ​ກາ: ຜູ້​ສະ​ໝັກ​ເລືອກ​ຕັ້ງ​ພັກ​ສາ​ທາ​ລະ​ນະ​ຖອນ​ຕົວ ພາຍຫຼັງ​ໄດ້​ຮັບ​ການ​ສະ​ເໜີ - ảnh 1ທ່ານສະມາຊິກສະພາຕ່ຳ Kevin McCarthy (ພາບ:THX/TTXVN)

ພາຍຫຼັງການປ່ອນບັດເປັນ 5 ຮອບໃນວັນທີ 24 ຕຸລາ, ພັກສາທາລະນະ ໄດ້ຄັດເລືອກທ່ານ Tom Emmer ສະມາຊິກສະພາຕ່ຳ ເປັນຜູ້ສະໝັກເລືອກຕັ້ງເຂົ້າດຳລົງຕຳແໜ່ງປະທານສະພາຕ່ຳ ອາເມລິກາ. ເຖິງຢ່າງໃດກໍຕາມ, ພາຍຫຼັງທີ່ໄດ້ຮັບການສະເໜີມາໄດ້ 2 – 3 ຊົ່ວໂມງ, ທ່ານ Tom Emmer ໄດ້ຖອນຕົວເອງ. ທ່ານ Tom Emmer ຕັດສິນໃຈຖອນຕົວ ໃນຂະນະທີ່ມີສະມາຊິກສະພາຕ່ຳພັກສາທາລະນະ ຢ່າງໜ້ອຍສຸດ 25 ທ່ານ ໄດ້ປະກາດວ່າ ຈະບໍ່ປ່ອນບັດສະໜັບສະໜູນທ່ານ ໃນການເລືອກຕັ້ງຢູ່ສະພາຕ່ຳ.

        ຫຼັງຈາກນັ້ນ, ໃນວັນດຽວກັນ, ທ່ານປະທານກອງປະຊຸມພັກສາທາລະນະຢູ່ສະພາຕ່ຳ ອາເມລິກາ Elise Stefanik  ແຈ້ງໃຫ້ຊາບວ່າ ມີສະມາຊິກສະພາແຫ່ງຊາດ 6 ທ່ານ ໄດ້ປະກາດອອກສະໝັກເລືອກຕັ້ງເຂົ້າດຳລົງຕຳແໜ່ງປະທານສະພາຕ່ຳ. ຄາດວ່າ ພັກສາທາລະນະ ຈະປ່ອນບັດເລືອກຕັ້ງຜູ້ສະໝັກເລືອກຕັ້ງໃໝ່ໃນເວລາ 20 ໂມງ ຂອງວັນທີ 24 ຕຸລາ (ຕາມເວລາທ້ອງຖິ່ນ).

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ