ການເລືອກຕັ້ງປະທານາທີບໍດີ ຝຣັ່ງ ຮອບທີ 1

ການເລືອກຕັ້ງປະທານາທີບໍດີ ຝຣັ່ງ ຮອບທີ 1 - ảnh 1

ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ ປະທາ​ນາທີ​ບໍດີ​ ຝຣັ່ງ 10 ທ່ານ

(ພາບ:nongnghiep.vn)

( vovworld ) –  ວັນ​ທີ 22/4, ຜູ້​ມີ​ສິດ​ເລືອກ​ຕັ້ງຝຣັ່ງ ກ່ວາ 40 ລ້ານ​ຄົນ​ໄດ້​ໄປ​ປ່ອນ​ບັດ​ຮອບ​ທີ 1 ການ​ເລືອກ​ຕັ້ງ​ປະທານາທິບໍ​ດີ​ຄົນ​ໃໝ່​ຂອງ​ປະ​ເທດ​ນີ້​ ໃນ​ຮອບ​ເວລາ 5 ປີ​ທີ່​ຈະ​ມາ​ເຖິງ. ການເລືອກ​ຕ້ັງ​​ປະທາ​ນາທີ​ບໍດີ​ ຝຣັ່ງ ປີ​ນີ້ ​ແມ່ນ​ການ​ຊ່ວງ​ເສັງຂອງ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ 10 ທ່ານ, ​ໃນ​ນັ້ນພົ້ນ​ເດັ່ນ​ກ່ວາ​ໝູ່​ແມ່ນປະທາ​ນາທີ​ບໍດີ ຝຣັ່ງ ຄົນ​ປະຈຸ​ບັນ Nicolas Sarkozy ​ແລະ ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Francois Holland ຂອງ​ພັກ​ສັງຄົມ. ບັນດາ​ການ​ສຳ​ຫຼວດ ​ແລະ ​​ໄຈ້​ແຍກ​ກ່ອນ​ການ​ເລືອກ​ຕັ້ງ​ໃຫ້​ເຫັນ​ວ່າ, ທ່ານ Francois Holland ມີ​ທ່າ​ໄດ້​ປຽບ​ຫຼາຍ​ກ່ວາ​ໜ້ອຍ​ໜື່ງ ​ເມື່ອ​ທຽບ​ກັບ​ທ່ານ Nicolas Sarkozy. ​ແຕ່​ຍາກ​ທີ່​ຈະ​ຄາດ​ຄະ​ເນ​​ໝາກຜົນ​ຂອງ​ການ​ເລືອກ​ຕັ້ງຮອບ​ທີ 1 ນີ້​ ກໍ​ຄື​ຜູ້​ຮັບ​ໄຊຊະນະ​ສຸດ​ທ້າຍໄດ້. 1 ​ໃນ​ບັນດາ​ປັດ​ໄຈ​ໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່​ສຸດ ຊ້ຳບໍ່​ໜຳ​ອາດ​ຈະ​ສວມ​ບົດບາດ​ສຳຄັນ ຕັດສິນ​ໝາກຜົນ​ການ​ເລືອກ​ຕັ້ງ ນັ້ນ​ແມ່ນ ອັດຕາ​ສ່ວນຜູ້​ມີ​ສິດ​ເລືອກ​ຕັ້ງບໍ່​ໄປ​ປ່ອນ​ບັດ (ອາດ​ຈະ​ຂຶ້ນ​ເຖິງ 30%). ໝາກຜົນ​ການ​ເລືອກ​ຕັ້ງ​ໃນ​ເບື້ອງ​ຕົ້ນ ຖືກ​ປະກາດ​ໃນ​ເວລາ 20 ​ໂມງ ຂອງ​ວັນ​ທີ 22/4 ຕາມ​ເວລາ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ