ການເລືອກຕັ້ງປະທານາທິບໍດີ ລັດເຊຍ

(VOVWORLD) - ວັນທີ 27 ທັນວາ, ຄະນະກຳມະການເລືອກຕັ້ງສູນກາງ ລັດເຊຍ ໄດ້ຮັບສຳເນົາຈົດທະບຽນອອກສະໝັກຫາສຽງ ເລືອກຕັ້ງຂອງທ່ານປະທານາທິບໍດີ Vladimir Putin ໃຫ້ການເລືອກຕັ້ງປະທານາທິບໍດີ ລັດເຊຍ ໃນປີ 2018.
ການເລືອກຕັ້ງປະທານາທິບໍດີ ລັດເຊຍ - ảnh 1 ທ່ານປະທານາທິບໍດີ Vladimir Putin (ພາບ: AFP/TTXVN)

ຊ່ອງໂທລະພາບ Reuters TV (ອັງກິດ) ໄດ້ເອົາຮູບທ່ານ Putin ໄປສົ່ງສຳເນົາເອກະສານອອກສະໝັກຫາສຽງເລືອກຕັ້ງອອກໂທລະທັດ. ຕາມຂໍ້ກຳນົດແລ້ວ, ໃນ 2, 3 ວັນຈະມາເຖິງ, ຄະນະກຳມະການເລືອກຕັ້ງສູນກາງ ຈະປະກາດຂໍ້ຕົກລົງຍອມຮັບໃນຖານະເປັນຜູ້ອອກສະໝັກເລືອກຕັ້ງຂອງທ່ານ Putin ຫຼືບໍ່.

        ວັນທີ 18 ທັນວາ ຜ່ານມາ, ບັ້ນຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີ ໄດ້ເລີ່ມຕົ້ນຢ່າງເປັນທາງການ. ກ່ອນໜ້ານັ້ນ, ສະພາສູງ ລັດເຊຍ ໄດ້ຮັບຮອງເອົາເວລາຈັດຕັ້ງການເລືອກຕັ້ງປະທານາທິບໍດີໃນວັນທີ 18 ມີນາ 2018. ລວມມີ 23 ຄົນອອກສະໝັກເລືອກຕັ້ງເປັນປະທານາທິບໍດີ ລັດເຊຍ ໃນນັ້ນມີທ່ານປະທານາທິບໍດີ Putin.

ຕອບກັບ

ຂ່າວ/ບົດ​ອື່ນ