ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ: ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ Ebrahim Raisi ຍາດ​ໄດ້​ໄຊ​ຊະ​ນະ

(VOVWORLD) -ວັນທີ 19 ມິຖຸນາ, ຜູ້ພິພາກສາຕາມທິດທາງຮັກສາເດີມ Ebrahim Raisi ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ເຊິ່ງໄດ້ດໍາເນີນກ່ອນໜ້ານັ້ນໜຶ່ງວັນ ຢູ່ ອີຣານ. ດ້ວຍຈຳນວນ 90% ຈຳນວນບັດເລືອກຕັ້ງທີ່ໄດ້ນັບ, ທ່ານ Ebrahim Raisi ໄດ້ຮັບ 62%, ລື່ນກັນຫຼາຍເມື່ອທຽບໃສ່ຄູ່ແຂ່ງຄົນຕ່າງໆ. ຜູ້ສະໝັກເລືອກຕັ້ງ 3 ຄົນຍັງເຫຼືອທີ່ເຂົ້າຮ່ວມການຫາສຽງເລືອກຕັ້ງ ໄດ້ຍອມຮັບປະລາໄຊ.
ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ: ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ Ebrahim Raisi ຍາດ​ໄດ້​ໄຊ​ຊະ​ນະ - ảnh 1ຜູ້ພິພາກສາຕາມທິດທາງຮັກສາເດີມ Ebrahim Raisi ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອີຣານ (ພາບ: WSJ)

ທ່ານປະທານາທິບໍດີ Hassan Rouhani ໃກ້ທີ່ຈະລາອອກຈາກຕຳແໜ່ງ ໄດ້ສົ່ງຄຳປະຕິຊົມຊື່ນຕໍ່ທ່ານ Ebrahim Raisi. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Mohammad Javad Zarif ໄດ້ປະກາດວ່າ ທ່ານ Ebrahim Raisi ຜູ້ພິພາກສາຕາມທິດທາງຮັກສາເດີມ ໄດ້ກາຍເປັນປະທານາທິບໍດີຄົນໃໝ່ຂອງ ອີຣານ. ສາດສະດາ ອີຣານ ທ່ານ Ali Khamenei ກໍສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການເລືອກຕັ້ງປະທານາທິບໍດີ ປະເທດນີ້ ແລະ ຖືວ່າ ນີ້ແມ່ນໄຊຊະນະຂອງປະເທດຊາດ.

ໃນວັນດຽວກັນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ກໍໄດ້ສະແດງຄວາມຊົມເຊີຍຕໍ່ໄຊຊະນະຂອງທ່ານ Ebrahim Raisi ໃນການເລືອກຕັ້ງປະທານາທິບໍດີ ຢູ່ ອີຣານ.

ຈາກ ວໍຊິງຕັນ, ວັນທີ 19 ມິຖຸນາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ຢັ້ງຢືນວ່າ ວໍຊິງຕັນ ຈະສືບຕໍ່ປຶກສາຫາລືກັບບັນດາສຳພັນທະມິດ ແລະ ຄູ່ຮ່ວມມືກ່ຽວກັບການຟື້ນຟູແຜນການດຳເນີນງານຮ່ວມຮອບດ້ານ (JCPOA).

ໂດຍຖືກດຳເນີນໃນສະພາບການທີ່ພື້ນຖານເສດຖະກິດ ຂອງປະເທດນີ້ ຕົກເຂົ້າສູ່ສະພາບຊຸດໂຊມຢ່າງແຮງ ໃນຊຸມປີຜ່ານມາ, ການເລືອກຕັ້ງປະທານາທິບໍດີ ໄດ້ຮັບຄວາມຫວັງວ່າ ຈະນຳມາເຊິ່ງທ່ວງທ່າ ແລະ ແຫຼ່ງກຳລັງໃໝ່ ຊ່ວຍຟື້ນຟູພື້ນຖານເສດຖະກິດຂອງປະເທດນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ