ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ໂມນ​ດາ​ວີ: ປະ​ທາ​ນາ​ທິ​ບໍ​ດ​ີ Igor Dodon ນຳ​ໜ້າ​ຊົ່ວ​ຄາວ

(VOVWORLD) -ເຂົ້າຮ່ວມການແຂ່ງຂັນເລືອກຕັ້ງປະທານາທິບໍດີ ໂມນດາວີ ມີຜູ້ສະໝັກເລືອກຕັ້ງ 8 ທ່ານ.
ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ໂມນ​ດາ​ວີ: ປະ​ທາ​ນາ​ທິ​ບໍ​ດ​ີ Igor Dodon ນຳ​ໜ້າ​ຊົ່ວ​ຄາວ - ảnh 1 ທ່ານ Igor Dodon ປະທານາທິບໍດີຄົນປັດຈຸບັນ  ໂມນດາວີ (ພາບ: TTXVN)

ຕອນຄ່ຳວັນທີ 1 ພະຈິກ, ຄະນະກຳມະການເລືອກຕັ້ງສູນກາງ ໂມນດາວີ ໃຫ້ຮູ້ວ່າ ພາຍຫຼັງການກວດ 80% ບັດເລືອກຕັ້ງ, ທ່ານ Igor Dodon ປະທານາທິບໍດີຄົນປັດຈຸບັນ ພວມມີຄະແນນນຳໜ້າຊົວຄາວດ້ວຍ 36,14% ຈຳນວນບັດສະໜັບສະໜູນ, ໃນຂະນະທີ່, ທ່ານ Maia Sandu ການນຳພັກການກະທຳ ແລະ ຄວາມສາມັກຄີ ຢູ່ອັນດັບທີ 2 ດ້ວຍ 31,32% ຈຳນວນບັດສະໜັບສະໜູນ. ເພື່ອຍາດໄດ້ໄຊຊະນະໃນການເລືອກຕັ້ງ ປະທານາທິບໍດີ ໂມນດາວີ, ຜູ້ສະໝັກເລືອກຕັ້ງ ຕ້ອງ ຮັບໄດ້ຫຼາຍກ່ວາ 50% ຈຳນວນບັດສະໜັບສະໜູນ. ດ້ວຍໝາກຜົນນີ້, ໂມນດາວີ ອາດຈະຈັດຕັ້ງການເລືອກຕັ້ງຮອບທີ 2 ໃນວັນທີ 15 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ