ການເລືອກຕັ້ງປະທານາທິບໍດີຢູ່ ເວນຊູເອລາ

ການເລືອກຕັ້ງປະທານາທິບໍດີຢູ່ ເວນຊູເອລາ - ảnh 1

(ພາບ: cafef.vn)

(vovworld)- ບັນດາ​ສະຖານ​ທີ່​ເລືອກ​ຕັ້ງຢູ່​ເວ​ເນ​ຊູ​ເອລາ ​ໄດ້​ເລີ່​ມ​ເປີດ​ປະຕູ​ໃນ​ວັນ​ທີ 14/4, ​ເພື່ອ​ຕ້ອນຮັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເກືອບ 19 ລ້ານ​ຄົນມາ​ປ່ອນບັດ​ເລືອກ​ຕັ້ງປະທານາທິບໍດີ, ​ໃນ​ນັ້ນ, ຜູ້ຮັກສາ​ການ​ປະທານາທິບໍດີ Nicolas Maduro ​ແລະ ຜູ້ຕາງໜ້າ​ຂອງ​ຝ່າຍ​ຄ້ານ Henrique Capriles  ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ຜູ້​ອອກ​ສະ​ໝັກຮັບ​ເລືອກ​ຕັ້ງທີ່​ມີ​ໂອກາດ​ໄດ້​ຮັບ​ໄຊຊະນະ. ກ່ອນ​ການ​ເລືອກ​ຕັ້ງ, ຜູ້ຮັກສາ​ການ​ປະທານາທິບໍດີ Nicolas Maduro ​ໃຫ້​ຄຳໝັ້ນສັນຍາ​ວ່າ​ຍາມ​ໃດ​ກໍ່​ມີ​ຄວາມ​ຈົ່ງ​ຮັກ​ພັກດີ​ກັບ​ແນວທາງ​ຝ່າ​ຍຊ້າຍ​ຢ່າງ​ເດັດຂາດ, ທ່ານ​ຈະ​ສື​ບຕໍ່​​ເປີດ​ກ້ວາງ​ບັນດາ​ລາຍການ​ສັງຄົມ​ເພື່ອ​ຄົນ​ທຸກ​ຍາກ​ຊື່​ງ​ໄດ້​ຮັບ​ການຜັນ​ຂະຫຍາຍ​ໃນ 10 ປີຜ່ານມາ. ທ່ານ​ຍັງ​ໃຫ້​ຄຳໝັ້ນສັນຍາ​ຈະຍູ້​ແຮງ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ ​ແກ້​ໄຂ​ສະພາບ​ຂາດ​ຄວາມ​ສະຫງົບ​ປອດ​ໄພ….. ຕາມ​ໝາກຜົນ​ການ​ຢັ່ງ​ຫາງ​ສຽງກ່ອນ​ການ​ເລືອກ​ຕັ້ງ​ແລ້ວ, ອັດຕາ​ສ່ວນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງສະໜັບສະໜູນ​ຜູ້ຮັກສາ​ການ​ປະທານາທິບໍດີ Nicolas Maduro ຍາມ​ໃດ​ກໍ່ລື່ນ​ກາຍ​ທ່ານ Henrique Capriles  ຢ່າງ​ໜ້ອຍ​ສຸດ​ແມ່ນ 10%.

ຂ່າວ/ບົດ​ອື່ນ