ການເລືອກຕັ້ງປະທານາທິບໍດີອາເມລິກາ 2020: ການໂຕ້ວາທີໂດຍກົງຄັ້ງທຳອິດລະຫວ່າງຜູ້ສະໝັກເລືອກຕັ້ງ 2 ທ່ານຂອງ ພັກປະຊາທິປະໄຕ

(VOVWORLD) -ຕອນຄ່ຳວັນທີ15 ມີນາ, ບັນດາຜູ້ສະໝັກເລືອກຕັ້ງພັກປະຊາທິປະໄຕໄດ້ດຳເນີນຮອບໂຕ້ວາທີຄັ້ງທີ 11 ເຊິ່ງແກ່ຍາວເປັນເວລາ 12 ໂມງ ໃນການເລືອກຕັ້ງເບື້ອງຕົ້ນເພື່ອແນໃສ່ເລືອກເອົາຜູ້ສະໝັກເລືອກຕັ້ງໜຶ່ງດຽວ ຂອງພັກນີ້ ເຂົ້າຮ່ວມການແຂ່ງຂັນເລືອກຕັ້ງປະທານາທິບໍດີອາເມລິກາ ທີ່ຈະດຳເນີນໃນທ້າຍປີນີ້.
ການເລືອກຕັ້ງປະທານາທິບໍດີອາເມລິກາ 2020: ການໂຕ້ວາທີໂດຍກົງຄັ້ງທຳອິດລະຫວ່າງຜູ້ສະໝັກເລືອກຕັ້ງ 2 ທ່ານຂອງ ພັກປະຊາທິປະໄຕ - ảnh 1ທ່ານ Joe Biden ອາດີດຮອງປະທານາທິບໍດີ ອາເມລິກາ ແລະ ທ່ານ Bernie Sanders ສະມາຊິກສະພາສູງລັດ Vermont (ພາບ: AFP/TTXVN) 

ນີ້ກໍ່ແມ່ນການໂຕ້ວາທີໂດຍກົງຄັ້ງທຳອິດຂອງ ຜູ້ສະໝັກເລືອກຕັ້ງ 2 ທ່ານພົ້ນເດັ່ນທີ່ສຸດຂອງ ພັກ ປະຊາທິປະໄຕ, ເຊິ່ງແມ່ນທ່ານ Joe Biden ອາດີດຮອງປະທານາທິບໍດີ ອາເມລິກາ ແລະ ທ່ານ Bernie Sanders ສະມາຊິກສະພາສູງລັດ Vermont. ການໂຕ້ວາທີໄດ້ຖ່າຍທອດສົດຈາກ ສຳນັກຂ່າວສານ CNN ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດອາເມລິກາ ປ່ຽນຈາກການຈັດຕັ້ງຢູ່ ນະຄອນ Phoenix, ລັດ Arizona ຕາມແຜນການ.

ຕອບກັບ

ຂ່າວ/ບົດ​ອື່ນ