ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິກ​າ 2020: ຜູ້​​ສະ​ໝັກ​ເລືອກ​ຕັ້ງJoe Biden ​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ​ຢູ່ Kansas

(VOVWORLD) - ວັນທີ 3 ພຶດສະພາ, ທ່ານ Joe Biden ຮອງອະດີດປະທານາທິບໍດີ ອາເມລິກາ ຍາດໄດ້ໄຊຊະນະໃນການເລືອກຕັ້ງເບື້ອງຕົ້ນຂອງພັກປະຊາທິປະໄຕຢູ່ລັດໜ້ອຍ Kansas, ພາຍຫຼັງສິ້ນສຸດການນັບບັດ. ສິ່ງເປັນໜ້າສົນໃຈນັ້ນແມ່ນ ນີ້ແມ່ນການເລືອກຕັ້ງຜ່ານຮູບແບບການປ່ອນບັດດ້ວຍການສົ່ງຈົດໝາຍ.
ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິກ​າ 2020:  ຜູ້​​ສະ​ໝັກ​ເລືອກ​ຕັ້ງJoe Biden ​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ​ຢູ່ Kansas - ảnh 1ທ່ານ Joe Biden ຮອງອະດີດປະທານາທິບໍດີ ອາເມລິກາ (ພາບ:AFP/TTXVN )  

ລາຍລະອຽດແມ່ນ, ທ່ານ Joe Biden  ໄດ້ຮັບບັດເຫັນດີ 77% ແລະ ບັດຂອງຜູ້ແທນຢູ່ Kansas ຈຳນວນ 29 ບັດ. ໄຊຊະນະດັ່ງກ່າວ ຈະນຳທ່ານ ກ້າວເຂົ້າໃກ້ກັບການຍາດໄດ້ການສະເໜີເລືອກຕັ້ງຈາກພັກປະຊາທິປະໄຕຫຼາຍກ່ວາ

        ມາຮອດປັດຈຸບັນ, ທ່ານ Joe Biden ຍາດໄດ້ບັດຂອງຜູ້ແທນ ຈຳນວນ 1.435/1.991 ບັດ ເຊິ່ງມີຄວາມຈຳເປັນ ເພື່ອໃຫ້ພັກປະຊາທິປະໄຕສະເໜີຫາສຽງເລືອກຕັ້ງປະທານາທິບໍດີ ເຊິ່ງເປັນເປົ້າໝາຍ ທີ່ທ່ານຄາດວ່າຈະບັນລຸໄດ້ໃນເດືອນມິຖຸນາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ