ການ​ເລືອກ​ຕັ້ງ​ຢູ່ ປາ​ກິດ​ສະ​ຖານ

(VOVWORLD) - ວັນທີ 8 ກຸມພາ, ປາກີສະຖານ ໄດ້ດຳເນີນການເລືອກຕັ້ງທົ່ວປະເທດ ໃນຂະນະທີ່ ປະເທດອາຊີໃຕ້ນີ້ ຖືກຂາດສະຖຽນລະພາບດ້ານການເມືອງ, ເກີດວິກິດການເສດຖະກິດ ແລະ ເພິ່ມບັນດາການໃຊ້ຄວາມຮຸ້ນແຮງ, ກໍ່ການຮ້າຍ.

    ນີ້ແມ່ນການເລືອກຕັ້ງຄັ້ງໃຫ່ຍທີ່ສຸດໃນປະຫວັດສາດ ປາກີສະຖານ ໃນຂະນະທີ່ຜູ້ມີສິດເລືອກຕັ້ງປະເທດນີ້ກ່ວາ 128 ລ້ານຄົນ ໄດ້ໄປປະຕິບັດສິດປ່ອນບັດຂອງຕົນ. ຜູ້ອອກສະໝັກຮັບເລືອກຕັ້ງກ່ວາ 17.800 ຄົນໄດ້ເຂົ້າຮ່ວມການແຂ່ງຂັນເຂົ້າໃນບັນດາທີ່ນັ່ງໃນສະພາແຫ່ງຊາດ ແລະ ສະພາຂັ້ນແຂວງ-ຊື່ງແມ່ນຕົວເລກບໍ່ເຄີຍມີມາກ່ອນໃນປະຫວັດສາດ. ການເລືອກຕັ້ງໄດ້ດຳເນີນໄປຢູ່ກ່ວາ 90.000 ສະຖານທີ່ປ່ອນບັດໃນທົ່ວປະເທດ, ແຕ່ 8 ໂມງເຊົ້າ ຫາ 5 ໂມງແລງ. ເພື່ອຮັບປະກັນໃຫ້ການເລືອກຕັ້ງໄດ້ດຳເນີນໄປດ້ວຍດີ, ພາລະກອນປ້ອງກັນຄວາມສະຫງົບປະມານ 500 ຄົນໄດ້ຖືກຜັນຂະຫຍາຍ.

  ອຳນາດການປົກຄອງ ແລະ ທ່ານນາຍົກລັດຖະມົນຕີຄົນໃໝ່ຂອງ ປາກີສະຖານ ຈະມີໜ້າທີ່ອັນໜັກໜ່ວງ ຂະນະທີ່ຕ້ອວແກ້ໄຂວິກິດການດ້ານເສດຖະກິດ ແລະ ບ້ວງເງິນໜີ້ສິນກ້ອນໃຫ່ຍສຸດຂອງປະເທດນີ້ ກໍ່ຄືຕ້ອງປອງດອງສາຍພົວພັນກັບກຳລັງກອງທັບ ແລະ ປະເຊີນໜ້າກັບໄພນາບຂູ່ດ້ານຄວາມສະຫງົບ ຈາກບັນດາກຳລັງກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ