ການເລືອກຕັ້ງຢູ່ ອາເມລິກາ 2024: ຜູ້ອອກສະໝັກຮັບເລືອກຕັ້ງຮອງປະທານາທິບໍດີ 2 ທ່ານຈະເຂົ້າຮ່ວມການໂຕ້ວາທີໃນວັນທີ 01 ຕຸລາ

(VOVWORLD) - ນີ້ຈະແມ່ນການໂຕ້ວາທີໂດຍກົງຄັ້ງທຳອິດໃນບັ້ນເຄື່ອນໄຫວ ເຊິ່ງໄດ້ຮັບຖືວ່າແມ່ນວຸດວິດທີ່ສຸດຈາກບັນດາການຢັ່ງຫາງສຽງ.
ການເລືອກຕັ້ງຢູ່ ອາເມລິກາ 2024: ຜູ້ອອກສະໝັກຮັບເລືອກຕັ້ງຮອງປະທານາທິບໍດີ 2 ທ່ານຈະເຂົ້າຮ່ວມການໂຕ້ວາທີໃນວັນທີ 01 ຕຸລາ - ảnh 1ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ແລະ ທ່ານອະດີດປະທານາທິບໍດີ Donald Trump
(ພາບ: AP/TTXVN)

        ທ່ານ Tim Walz, ຜູ້ວ່າການລັດ Minnesota, ຜູ້ອອກສະໝັກຮັບເລືອກຕັ້ງໃນນາມຊື່ຂອງທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris, ໄດ້ເຫັນດີເຂົ້າຮ່ວມການໂຕ້ວາທີກັບທ່ານ J.D. Vance, ສະມາຊິກສະພາສູງລັດ Ohio, ເຊິ່ງເປັນຜູ້ອອກສະໝັກເລືອກຕັ້ງໃນນາມຊື່ກັບທ່ານອະດີດປະທານາທິບໍດີ Donald Trump. ການໂຕ້ວາທີໂດຍໂດຍຊ່ອງໂທລະພາບ CBS News ຈັດຂຶ້ນໃນວັນທີ 01 ຕຸລາ.

        ໃນຂະນະນັ້ນ, ທ່ານ Donald Trump, ຜູ້ອອກສະໝັກຮັບເລືອກຕັ້ງປະທານາທິບໍດີຂອງພັກ ສາທາລະນະລັດ  ແລະ ຄູ່ແຂ່ງແມ່ນທ່ານນາງ Kamala Harris, ມາຈາກພັກປະຊາທິປະໄຕ ຈະເຂົ້າຮ່ວມການໂຕ້ວາທີໃນວັນທີ 10 ກັນຍາ ໃນຊ່ອງໂທລະພາບ ABC News. ນີ້ຈະແມ່ນການໂຕ້ວາທີໂດຍກົງຄັ້ງທຳອິດໃນບັ້ນເຄື່ອນໄຫວ ເຊິ່ງໄດ້ຮັບຖືວ່າແມ່ນວຸດວິດທີ່ສຸດຈາກບັນດາການຢັ່ງຫາງສຽງ.

ຕອບກັບ

ຂ່າວ/ບົດ​ອື່ນ