ການເລືອກຕັ້ງຢູ່ ອາເມລິກາ: ກອງປະຊຸມໃຫຍ່ທົ່ວປະເທດຂອງພັກປະຊາທິປະໄຕໄດ້ໄຂຂຶ້ນຢູ່ນະຄອນ Chicago

(VOVWORLD) - ກອງປະຊຸມໃຫຍ່ກໍ່ຈະຮັບຮອງເອົາໂຄງການກະທຳຂອງພັກປະຊາທິປະໄຕໃນໄລຍະເລືອກຕັ້ງປະທານາທິບໍດີ 2024
ການເລືອກຕັ້ງຢູ່ ອາເມລິກາ: ກອງປະຊຸມໃຫຍ່ທົ່ວປະເທດຂອງພັກປະຊາທິປະໄຕໄດ້ໄຂຂຶ້ນຢູ່ນະຄອນ Chicago - ảnh 1(ພາບປະກອບ: Washington Post)

        ກອງປະຊຸມໃຫຍ່ທົ່ວປະເທດຂອງພັກປະຊາທິປະໄຕຢູ່ ອາເມລິກາ ໄດ້ໄຂຂຶ້ນຢູ່ນະຄອນ Chicago, ລັດ Illinois, ໃນວັນທີ 19 ສິງຫາ (ຕາມເວລາທ້ອງຖິ່ນ). ດ້ວຍຫົວຂໍ້ “ເພື່ອປະຊາຊົນ, ເພື່ອອະນາຄົດຂອງພວກເຮົາ”, ຄາດວ່າ, ກອງປະຊຸມໃຫຍ່ຈະມີຜູ້ແທນ ແລະ ຜູ້ແທນສຳຮອງ 5.000 – 7.000 ຄົນເຂົ້າຮ່ວມ. ແຕ່ລະມື້, ກອງປະຊຸມຈະມີຫົວເລື່ອງສະເພາະ, ລົງເລິກເຂົ້າເນື້ອໃນເຊິ່ງທ່ານນາງ Harris ຕ້ອງຫາສຽງກັບບັນດາຜູ້ມີສິດເລືອກຕັ້ງ, ຄື: “ວິໄສທັດອັນກ້າຫານໃຫ້ແກ່ອະນາຄົດຂອງປະເທດ ອາເມລິກາ”, “ການຕໍ່ສູ້ເພື່ອຄວາມເສລີ” ແລະ “ເພື່ອອະນາຄົດຂອງພວກເຮົາ”.

        ກອງປະຊຸມໃຫຍ່ກໍ່ຈະຮັບຮອງເອົາໂຄງການກະທຳຂອງພັກປະຊາທິປະໄຕໃນໄລຍະເລືອກຕັ້ງປະທານາທິບໍດີ 2024, ເຊິ່ງເຄີຍປະກາດຮ່າງມະຕິນັບແຕ່ເດືອນ ກໍລະກົດ ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ