ການເລືອກຕັ້ງຢູ່ ອາເມລິກາ: ທ່ານ Donald Trump ນຳໜ້າທ່ານປະທານາທິບໍດີ Biden ໃນທົ່ວປະເທດ

(VOVWORLD) - ຜູ້ອອກສະໝັກຮັບເລືອກຕັ້ງຂອງພັກສາທາລະນະ Donald Trump ພວມນຳໜ້າທ່ານປະທານາທິບໍດີ ອາເມລິກາ Joe Biden ກ່ຽວກັບອັດຕາສະໜັບສະໜູນຢູ່ 7 ລັດສຳຄັນ, ກໍຄືໃນທົ່ວປະເທດ.
ການເລືອກຕັ້ງຢູ່ ອາເມລິກາ: ທ່ານ Donald Trump ນຳໜ້າທ່ານປະທານາທິບໍດີ Biden ໃນທົ່ວປະເທດ - ảnh 1ຜູ້ອອກສະໝັກຮັບເລືອກຕັ້ງຂອງພັກສາທາລະນະ Donald Trump ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden
(ພາບ: AFP/TTXVN)

        ຕາມການສຳຫຼວດຫຼ້າສຸດຢູ່ ອາເມລິກາ, ເຊິ່ງໄດ້ດຳເນີນແຕ່ວັນທີ 15 – 17 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງຜູ້ມີສິດເລືອກຕັ້ງ 2.000 ຄົນໄດ້ຈົດທະບຽນ, ເຊິ່ງຊີ້ໃຫ້ເຫັນວ່າ, ຜູ້ອອກສະໝັກຮັບເລືອກຕັ້ງຂອງພັກສາທາລະນະ Donald Trump ພວມນຳໜ້າທ່ານປະທານາທິບໍດີ ອາເມລິກາ Joe Biden ກ່ຽວກັບອັດຕາສະໜັບສະໜູນຢູ່ 7 ລັດສຳຄັນ, ກໍຄືໃນທົ່ວປະເທດ.

        ລະອຽດແມ່ນ, ໝາກຜົນການສຳຫຼວດຂອງມະຫາວິທະຍາໄລ Emerson, ປະກາດໃນວັນທີ 18 ກໍລະກົດ, ຊີ້ໃຫ້ເຫັນວ່າ, 46% ຈຳນວນຜູ້ມີສິດເລືອກຕັ້ງໄດ້ຈົດທະບຽນສະໜັບສະໜູນຜູ້ອອກສະໝັກຮັກເລືອກຕັ້ງ Donald Trump ແລະ 42% ຈຳນວນຜູ້ມີສິດເລືອກຕັ້ງສະໜັບສະໜູນທ່ານປະທານາທິບໍດີ Joe Biden, ໃນຂະນະທີ່ 12% ຈຳນວນຜູ້ມີສິດເລືອກຕັ້ງຍັງບໍ່ທັນຈົດທະບຽນເລືອກທ່ານໃດ.

        ການສຳຫຼວດໄດ້ປະຕິບັດພາຍຫຼັງທີ່ທ່ານ Donald Trump ລອດຊີວິດໄດ້ຈາກໃນການລອບສັງຫານໃນເວລາຂົນຂວາຍການຫາສຽງເລືອກຕັ້ງຢູ່ Pennsylvania ໃນວັນທີ 13 ກໍລະກົດ.   

ຕອບກັບ

ຂ່າວ/ບົດ​ອື່ນ