ການເລືອກຕັ້ງຢູ່ ອາເມລິກາ: ທ່ານອະດີດຮອງປະທານາທິບໍດີ Mike Pence ຖອນອອກຈາກການແຂ່ງຂັນຂອງພັກສາທາລະນະ

(VOVWORLD) - ທ່ານອະດີດປະທານາທິບໍດີ Donald Trump ສືບຕໍ່ແມ່ນຜູ້ສະໝັກຮັບເລືອກຕັ້ງ ນຳໜ້າການແຂ່ງຂັນຂອງພັກສາທາລະນະ.
ການເລືອກຕັ້ງຢູ່ ອາເມລິກາ: ທ່ານອະດີດຮອງປະທານາທິບໍດີ Mike Pence ຖອນອອກຈາກການແຂ່ງຂັນຂອງພັກສາທາລະນະ - ảnh 1ທ່ານອະດີດຮອງປະທານາທິບໍດີ ອາເມລິກາ Mike Pence
(ພາບ: AFP/TTXVN)

    ວັນທີ 28 ຕຸລາ, ທ່ານອະດີດຮອງປະທານາທິບໍດີ ອາເມລິກາ Mike Pence ຖະແຫຼງວ່າຖອນອອກຈາກການແຂ່ງຂັນເປັນຜູ້ຕາງໜ້າຂອງພັກສາທາລະນະ ເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີປີ 2024. ດ້ວຍການກະທຳຢ່າງກະທັນຫັນນີ້, ທ່ານອະດີດປະທານາທິບໍດີ Donald Trump ສືບຕໍ່ແມ່ນຜູ້ສະໝັກຮັບເລືອກຕັ້ງ ນຳໜ້າການແຂ່ງຂັນຂອງພັກສາທາລະນະ.

    ທ່ານອະດີດຮອງປະທານນາທິບໍດີ Mike Pence ອາຍຸ 64 ປີ, ໄດ້ປະກາດຈະເຂົ້າຮ່ວມການແຂ່ງຂັນເມື່ອເດືອນມິຖຸນາ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານບໍ່ໄດ້ຮັບການສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງທົ່ວໄປ ແລະ ນັກອຸປະຖຳຢ່າງພຽງພໍ, ສະນັ້ນ, ບັ້ນການແຂ່ງຂັນຈຶ່ງໄດ້ປະສົບກັບຄວາມຫຍຸ້ງຍາກດ້ານການເງິນ.

ຕອບກັບ

ຂ່າວ/ບົດ​ອື່ນ