ການເລືອກຕັ້ງຢູ່ ອາເມລິກາ ປີ 2024: ທ່ານນາງ Kamala Harris ກາຍເປັນຜູ້ອອກສະຫມັກຮັບເລືອກຕັ້ງປະທາທິບໍດີຂອງພັກປະຊາທິປະໄຕຢ່າງເປັນທາງການ

(VOVWORLD) - ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໄດ້ຮັບການສະເຫນີຈາກພັກປະຊາທິປະໄຕໃຫ້ແກ່ການແຂ່ງຂັນເລືອກຕັ້ງປະທານາທິບໍດີ ອາເມລິກາ ກັບຜູ້ອອກສະໝັກຮັບເລືອກຕັ້ງຂອງພັກ ສາທາລະນະ ແມ່ນ ທ່ານ Donald Trump ໃນການເລືອກຕັ້ງຈະຈັດຂຶ້ນໃນເດືອນ ພະຈິກ ຈະມາເຖິງ.

ການເລືອກຕັ້ງຢູ່ ອາເມລິກາ ປີ 2024: ທ່ານນາງ Kamala Harris ກາຍເປັນຜູ້ອອກສະຫມັກຮັບເລືອກຕັ້ງປະທາທິບໍດີຂອງພັກປະຊາທິປະໄຕຢ່າງເປັນທາງການ - ảnh 1ທ່ານນາງ Kamala Harris ຮອງປະທານາທິບໍດີ ອາເມລິກາ ກ່າວຄຳເຫັນທີ່ ວໍຊິງຕັນ ເມື່ອວັນທີ 1/8. (ພາບ:AFP)

 ທ່ານນາງ Kamala Harris  ອາຍຸ 59 ປີ ແມ່ນຜູ້ໄດ້ຮັບການສະເຫນີມາອອກສະໝັກຮັບເລືອກຕັ້ງຫນຶ່ງດຽວໃນການປ່ອນບັດແບບທາງໄກທີ່ແກ່ຍາວໃນເວລາ 5 ວັນ ຂອງສະມາຊິກພັກປະຊາທິປະໄຕເກືອບ 4.000 ຄົນ. ໂດຍແມ່ນແມ່ຍິງຜິວດຳ ແລະມີເຊື້ອຊາດຈາກ ອາຊີ ຄົນທຳອິດໄດ້ຮັບການສະເຫນີຈາກພັກໃຫຍ່, ທ່ານນາງ ໄດ້ຮັບການສະເຫນີຢ່າງເປັນທາງການໃນກອງປະຊຸມໃຫຍ່ຂອງພັກປະຊາທິປະໄຕ ຢູ່ Chicago ໃນທ້າຍເດືອນນີ້.

ເລື່ອງໄດ້ຮັບການສະເຫນີອອກສະໝັກຮັບເລືອກຕັ້ງ ແມ່ນດຳເນີນໄປໃນຂະນະທ່ານນາງກະກຽມກ້າວເຂົ້າສູ່ບັ້ນຫາສຽງເລືອກຕັ້ງໃນສັບປະດາຈະມາເຖິງ ດ້ວຍການໄປປະຕິບັດງານຜ່ານ 7 ລັດທີ່ຈັດການປ່ອນບັດສຳຄັນພ້ອມກັບຜູ້ອອກສະໝັກຮັບເລືອກຕັ້ງທີ່ຍັງບໍ່ທັນໄດ້ເຜີຍຊື່ຂອງພັກປະຊາທິປະໄຕສຳລັບຕຳແຫນ່ງ ຮອງປະທານາທິບໍດີ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ