ການ​ເລືອກ​ຕັ້ງ​ຢູ່ ອາ​ເມ​ລິ​ກາ: ປະ​ທາ​ນາ​ທີ​ບໍ​ດີ Joe Biden ກັບ​ຄືນບັ້ນ​ຫາ​ສຽງ​ເລືອກ​ຕັ້ງ

(VOVWORLD) -

ປະທານາທີບໍດີ Joe Biden ຈະກັບຄືນບັ້ນຫາສຽງເລືອກຕັ້ງໃນອາທິດໜ້າ ພາຍຫຼັງສິ້ນສຸດເວລາຕ້ອງແຍກຕົວຍ້ອນໄດ້ຕິດພະຍາດ ໂຄວິດ 19.


  ການ​ເລືອກ​ຕັ້ງ​ຢູ່ ອາ​ເມ​ລິ​ກາ: ປະ​ທາ​ນາ​ທີ​ບໍ​ດີ Joe Biden ກັບ​ຄືນບັ້ນ​ຫາ​ສຽງ​ເລືອກ​ຕັ້ງ - ảnh 1

(ພາບ: Reuters)

    ຕອບສຳພາດນັກຂ່າວໂທລະພາບ MSNBC, ທ່ານ Jen O' Malley Dillon, ຜູ້ຮັບຜິດຊອບບັ້ນຫາສຽງເລືອກຕັ້ງຂອງປະທານາທີບໍດີ Joe Biden ໃຫ້ຮູ້ວ່າ ທ່ານ Joe Biden ໄດ້ຢືດໝັ້ນກັບຈຸດໝາຍຈະສືບຕໍ່ຢູ່ທຳນຽບຂາວອີກອາຍຸການໜຶ່ງ ໂດຍບໍ່ຫົວຊາຕໍ່ຄວາມກົດດັນນັບມື້ນັບເພີ່ມຂຶ້ນໃນພັກສາທາລະນະ ທີ່ກ່ຽວຂ້ອງເຖິງບັນຫາອາຍຸ ແລະ ສຸຂະພາບຂອງທ່ານ. ທ່ານ Jen O' Malley Dillon ຢືນຢັນວ່າ “ທ່ານ ຕັດສິນໃຈເອົາຊະນະທ່ານ Donald Trump ຍິ່ງກ່ວາເວລາໃດໝົດ”.

ຕອບກັບ

ຂ່າວ/ບົດ​ອື່ນ