ການເລືອກຕັ້ງຢູ່ ອາເມລິກາປີ 2016: ທ່ານນາງ Clinton ຍາດໄດ້ທ່າໄດ້ປຽບຢູ່ລັດຕ່າງໆ

ການເລືອກຕັ້ງຢູ່ ອາເມລິກາປີ 2016: ທ່ານນາງ Clinton ຍາດໄດ້ທ່າໄດ້ປຽບຢູ່ລັດຕ່າງໆ - ảnh 1
ທ່ານ​ນາງ Hillary Clinton
(ພາບ: AFP/TTXVN)

(vovworld) - ວັນ​ທີ 18/10, ໜັງສືພິມ ວໍ​ຊິນ​ຕັນ​ໂປ​ສ ​ໄດ້​ປະກາດ​ຜົນ​ແຫ່ງ​ການ​ຢັ່ງ​ຫາງ​ສຽງ​ຢູ່ 15 ລັດ, ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ຍັງ​ບໍ່​ທັນ​ຕົກລົງ​ຈະ​ປ່ອນ​ບັດ​ສະໜັບສະໜູນ​ໃຫ້​ຜູ້​​ໃດ. ​ໃນ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ​ຜູ້ສະໝັກຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ອາ​ເມ​ລິ​ກາ ຂອງ​ພັກ ປະຊາທິປະ​ໄຕ ທ່ານ​ນາງ Hillary Clinton ພວມ​ມີ​ທ່າ​ໄດ້​ປຽບ ​ແລະ ອາດ​ສາມາດ​ຍາດ​ໄດ້ 270 ກວ່າ​ບັດ​ສະໜັບສະໜູນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ ​ເພື່ອ​ກາຍ​ເປັນ ປະທານາທິບໍດີ ອາ​ເມ​ລິ​ກາ. ປະຈຸ​ບັນ, ທ່ານ​ນາງ Hillary Clinton ພວມ​ມີ​ທ່າ​ໄດ້​ປຽບຢູ່ 9 ລັດ, ພຽງ​ແຕ່​ປະລາ​ໄຊ​ຢູ່ 2 ລັດ​ເທົ່າ​ນັ້ນ. ຜ່ານ​ການ​ຢັ່ງ​ຫາງ​ສຽງ​ເກືອບ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ, ​ເຊິ່ງ​ໄດ້​ຮັບ​ການ​ປະກາດ​ໃນ​ວັນ​ທີ 17 ​ແລະ 18/10 ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ທ່ານ​ນາງ Hillary Clinton ສືບ​ຕໍ່​ຍາດ​ໄດ້ທ່າ​ໄດ້​ປຽບ ຕໍ່​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ ສາທາລະນະ ທ່ານ Donald Trump ​ແຕ່ 1 ​ເຖິງ 11 ຄະ​​ແນນ. ນັບ​ແຕ່​ຕົ້ນ​ສັບປະດາ​ມາ​ຮອດ​ປະຈຸ​ບັນ, ທ່ານ​ນາງ Hillary Clinton ​ເລີ່​ມ​ເປີດ​ກວ້າງ​ການຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ໄປ​ຍັງ​ລັດ​ຕ່າງໆ​ເພື່ອ​ຍາດ​ເອົາ​ບັດ​ສະໜັບສະໜູນ​ຕື່ມ​ອີກ.

ຂ່າວ/ບົດ​ອື່ນ