ການເລືອກຕັ້ງຢູ່ອົດສະຕາລີ:ນາຍົກລັດຖະມົນຕີM.Turnbullຖະແຫລງຍາດ ໄຊຊະນະ

ການເລືອກຕັ້ງຢູ່ອົດສະຕາລີ:ນາຍົກລັດຖະມົນຕີM.Turnbullຖະແຫລງຍາດ ໄຊຊະນະ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Malcolm Turnbull
photo:vntinnhanh

(vovworld)- ວັນ​ທີ 10/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Malcolm Turnbull ໄດ້​ຖະ​ແຫລງສະ​ຫະ​ພັນ​ພັກ​ເສ​ລີ ແລະ ພັກ​ແຫ່ງ​ຊາດ ກຳ​ອຳ​ນາດ​ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຜ່ານ​ມາ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ກາ​ນ​ນັກ​ຂ່າວ, ນາ​ຍົກ​ລັດ​ຖະ​ມົນ​ຕີ Turnbull ຊີ້​ແຈ້ງວ່າ: “ການ​ນຳ​ພັກ​ກຳ​ມະ​ກອນ Bill Shorten ໄດ້​ໂທ​ລະ​ສັບມາ ແລະ ອວ​ຍ​ພອນ​ຂ້າ​ພະ​ເຈົ້າ​ເມື່ອ​ໄດ້​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄືນ​ໃຫມ່”. ພວກ​ຂ້າ​ພະ​ເຈົ້າ​ໄດ້​​ຮັບໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້.

ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ, ການ​ນຳ​ພັກ​ກຳ​ມະ​ກອນ​ຝ່າຍ​ຄ້ານ Shorten ໄດ້​ຍອມ​ຮັບ​​ການປະ​ລາ​ໄຊ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 2/7 ຜ່ານ​ມາ. ທ່ານ Shorten ກໍ​ຢືນ​ຢັນ​ວ່າ ພັກ​ກຳ​ມະ​ກອນ ພ້ອມ​ແລ້ວ​ທີ່​ຈະ ເຮັດ​ວຽກ​ກັບ​ລັດ​ຖະ​ບານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Turnbull ເພື່ອ​ຊອກ​ຫາ “ທັດ​ສະ​ນະ​ລວມ” ແລະ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດເພື່ອ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ ເປັນ​ຢ່າງ​ດີ.”

ຕອບກັບ

ຂ່າວ/ບົດ​ອື່ນ