ການເລືອກຕັ້ງຢູ່ອາເມລິກາ2016:ທ່ານນາງH.ClintonແລະD.Trumpສືບຕໍ່ຍາດໄດ້ໄຊຊະນະຢູ່ຫຼາຍລັດ

ການເລືອກຕັ້ງຢູ່ອາເມລິກາ2016:ທ່ານນາງH.ClintonແລະD.Trumpສືບຕໍ່ຍາດໄດ້ໄຊຊະນະຢູ່ຫຼາຍລັດ - ảnh 1
ທ່ານ​ນາງ​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hillary Clinton
(ພາບ: baodatviet.vn)

(vovworld) – ​ຕອນ​ຄຳ່​ວັນ​ທີ 1/3, ທ່ານ​ນາງ​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hillary Clinton ສັງ​ກັດພັກ​ປະຊາທິປະ​ໄຕ ​ແລະ ຜູ້​ສະໝັກ​ຮັບ​ເລື​ອກຕັ້ງ Donald Trump ສັງ​ກັດ​ພັກ ສາທາລະນະ ​ພວມສະ​ແດງ​​ໃຫ້​ເຫັນ​ທ່າ​ໄດ້​ປຽບ​​ເມື່ອ​ສືບ​ຕໍ່​ຍາດ​ໄດ້​ໄຊຊະນະ​ຢູ່​ຫຼາຍລັດ​ສຳຄັນ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນຕ່າງໆ​ທີ່​ດຳ​​​ເນີນ​ໃນ​ວັນ​ດຽວ​ກັນ. ​ໃນ​ຍອດ​ຈຳນວນ 12 ລັດ ​ແລະ ​ເຂດ​ແຄ​້ວນ Samoa ດ​ຳ​ເນີນ​ບັນດາ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ວັນ​ທີ 1/3, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສັງ​ກັດ​ພັກປະຊາທິປະ​ໄຕ Hillary Clinton ຍາດ​ໄດ້​ໄຊຊະນະ​ຢູ່ 6 ລັດ. ​ໃນ​ການ​ຊ່ວງ​ເສັງ​ຂອງ​ພັກສາ​ທາ​ລະນະ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ Donald Trump ກໍ່​ພວມ​ສະ​ແດງ​​ໃຫ້​ເຫັນ​ທ່າ​ໄດ້​ປຽບ​ດ້ວຍ​ໄຊ​ຊະນະ​ຢູ່ 5 ລັດ. ​ຮອດ​ຈຸ​ດ​ເວລາ​ນີ້, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ Donald Trump ຍາດ​ໄດ້ 182 ບັ​ດ​ສະໜັບສະໜູນ​, ລື​ນກາຍ​ຄູ່​ແຂ່ງ​ຢ່າງ​ຂາດ​ຂັ້ນ.


ຂ່າວ/ບົດ​ອື່ນ